ຣຽວ ມາດຣິດ ແຊ້ມເກົ່າ ຊະນະ 3 ນັດລວດ ຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ ໃນຮອບ 7 ປີ!!

ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 14 ສະໄໝ ຄວ້າໄຊຊະນະ 3 ນັດລວດ ຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດໃນຮອບ 7 ປີ ພາຍຫລັງເປີດບ້ານເອົາຊະນະ ຊັກຕ້າ ໂດເນັດ ຈາກຢູເຄຣນ (ອູແກຣນ) 2-1 ເມື່ອຄືນວັນທີ 5 ຕຸລາຜ່ານມາ, ໂຣດຣີໂກ້ ແລະ ວີນີຊີອຸສ ຈູເນ່ຍ ຄູ່ຫູດູໂອ້ຈາກເບຮຊິນ ຍິງຜູ້ລະປະຕູ.

ມາດຣິດ ຍັງບໍ່ເສຍໃນລະດູການນີ້ ລວມທຸກລາຍການ ຊະນະ 10 ສະເໝີ 1, ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ອາຣແບ ໄລຊິກ ຊະນະ ເຊວຕິກ 3-1 ຜ່ານໄປ 3 ນັດ: ຣຽວ ມາດຣິດ ມີ 9 ຄະແນນເຕັມ, ຊັກຕ້າ 4 ຄະແນນ, ໄລຊິກ 3 ແລະ ເຊວຕິກ ມີ 1 ຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 11 ຕຸລານີ້.

Photo: UEFA Champions League, Real Madrid C.F.

Leave a Reply

Your email address will not be published. Required fields are marked *