ການຮອບຄັດເລືອກ U17 ຊີງແຊ້ມອາຊີ 2023 ກຸ່ມ I ທີມຊາດລາວ, ຮ່ວມກັບ ອີຣານ, ຮົງກົງ ແລະ ກີກິດສະຖານ (ກຽກກີ້ສະຖານ) ເຈົ້າພາບຮອບຄັດເລືອກກຸ່ມນີ້ ຈະແຂ່ງຂັນໃນລະຫວ່າງວັນທີ 5-9 ຕຸລາ 2022, ນັດທຳອິດ ວັນທີ 5 ຕຸລາ U17 ທີມຊາດລາວ ເສຍໃຫ້ ອີຣານ 0-3 ເສຍປະຕູໃນເຄິ່ງຫລັງ ນາທີ 67′, 82′ ແລະ ໄລຍະຕໍ່ເວລາບາດເຈັບ.
ທັບນັກກິລາເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ທີມຊາດລາວ ພົບກັບ U17 ທີມຊາດອີຣານ ອີກຄັ້ງໃນຮອບ 10 ປີ ພາຍຫລັງທັງສອງທີມເຄີຍພົບກັນຄັ້ງຫລ້າສຸດໃນຮອບສຸດທ້າຍ ປີ 2012 ທີ່ອີຣານ ເປັນເຈົ້າພາບ ໂດຍພົບກັນໃນຮອບແບ່ງກຸ່ມ U17 ທີມຊາດລາວ ເສຍໃຫ້ ອີຣານ 1-3.
ສຳລັບນັດທີ 2: U17 ທີມຊາດລາວ ພົບກັບ ຮົງກົງ ວັນທີ 7 ຕຸລາ ເວລາ 16:00 ແລະ ນັດທີ 3 ນັດສຸດທ້າຍຂອງກຸ່ມ U17 ທີມຊາດລາວ ຈະພົບກັບ ເຈົ້າພາບ ກີກິດສະຖານ ວັນທີ 9 ຕຸລາ ເວລາ 20:30 ຕາມເວລາໃນປະເທດລາວ ທຸກໆນັດແຂ່ງຂັນທີ່ສະໜາມ Dolon Omurzakov, ໃນນະຄອນຫລວງ Bishkek.
ຮູບແບບການຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.
Photo: LaoFF