ອີລີອຸດ ຄິບໂຊເກີ (Eliud Kipchoge) ນັກແລ່ນທົນຊາວເຄັນຢ້າ ໄວ 37 ປີ ເຈົ້າຂອງສະຖິຕິໂລກ ແລ່ນມາຣາທອນ ຍັງເຊື່ອວ່າຕົນເອງສາມາດແລ່ນໄດ້ໄວກວ່ານີ້ ພາຍຫລັງສ້າງສະຖິຕິໂລກໃໝ່ ໃນລາຍການ ເບີລິນ ມາຣາທອນ ໃນທ້າຍເດືອນກັນຍາຜ່ານມາ ດ້ວຍເວລາ 2 ຊົ່ວໂມງ 1 ນາທີ 9 ວິນາທີ ດີກວ່າສະຖິຕິເກົ່າຂອງຕົນເອງ ທີ່ສ້າງໄວ້ໃນປີ 2018: 30 ວິນາທີ.
ອີລີອຸດ ຄິບໂຊເກີ ຈະອາຍຸຫລັກ 38 ປີ ໃນເດືອນພະຈິກທີ່ຈະມາເຖິງນີ້ ວາງເປົ້າຄວ້າຫລຽນຄຳ ໂອແລມປິກເກມ ໃນປີ 2024 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ, ຄິບໂຊເກີ ເປັນນັກແລ່ນພຽງ 3 ຄົນ ໃນໂລກ ສາມາດພິຊິດຫລຽນຄຳໂອແລມປິກ 2 ຄັ້ງຕິດຕໍ່ກັນ, ດັ່ງນັ້ນ ໂອແລມປິກເກມ 2024 ຖ້າ ຄິບໂຊເກີ ໄດ້ຫລຽນຄຳ ຈະສ້າງປະຫວັດສາດເປັນນັກແລ່ນມາຣາທອນຄົນທຳອິດ ໄດ້ຫລຽນຄຳ ໂອແລມປິກ 3 ຄັ້ງຕິດຕໍ່ກັນ.
ອີລີອຸດ ຄິບໂຊເກີ ກ້າວສູ່ອາຊີບນັກແລ່ນໃນປີ 2002 ຜົນງານຜ່ານມາ ໄດ້ຫລຽນຄຳແລ່ນມາຣາທອນ ລະດັບເມເຈີ 10 ລາຍການ, 2 ຫລຽນຄຳໂອແລມປິກ ແລະ 1 ຫລຽນຄຳ ຊິງແຊ້ມໂລກ.
Photo: Eliud Kipchoge