ປະເທດຊາອຸດິອາຣາເບຍ ໜຶ່ງໃນກຸ່ມປະເທດອາຣັບໃນເຂດອາຊີຕາເວັນຕົກ ຄວ້າສິດເປັນເຈົ້າພາບ ຈັດການແຂ່ງຂັນ ກິລາ ລະດູໜາວ ອາຊີ ຫລື Asian Winter Games ຄັ້ງທີ 9 ໃນປີ 2029 ໂດຍຈະຈັດຢູ່ເມືອງ ນີອົມ, ໂຕຣເຈນ້າ ເຊິ່ງເປັນເມືອງທັນສະໄໝ Smart city ເປັນເຂດທີ່ມີອາກາດເຢັນດີ ເໝາະສົມແກ່ການແຂ່ງຂັນກິລາລະດູໜາວ ແລະ ເຈົ້າພາບໄດ້ເສກສັນປັ້ນແຕ່ງຫິມະທຽມຈຳນວນໜື່ງ ເພື່ອຕົບແຕ່ງສວຍງາມຂຶ້ນກວ່າເກົ່າ.
ຊາອຸດິອາຣາເບຍ ເປັນປະເທດທີ່ຮຸ່ງເຮືອງຮັ່ງມີ, ມີຄວາມພ້ອມຫລາຍດ້ານ ໃນການເປັນເຈົ້າພາບຈັດງານກິລາລະດັບໂລກ, ນອກຈາກໄດ້ສິດເປັນເຈົ້າພາບ ກິລາ ລະດູໜາວ ອາຊີ ຫລື Asian Winter Games ຄັ້ງທີ 9 ໃນປີ 2029 ຍັງສົນໃຈຊິງສິດເປັນເຈົ້າພາບ ບານໂລກ ປີ 2030.