ການຈັບອັນດັບໂລກ ນັກສະນຸກເກີ ຫລ້າສຸດໃນອາທິດນີ້ ຫລັງຈົບລາຍການ British Open 2022 ທີ່ອັງກິດ ໄຣອັນ ເດ ນັກສະນຸກເກີຊາວເວວ ທີ່ໄດ້ແຊ້ມລາຍການນີ້ ຫຍັບອັນດັບໂລກຂຶ້ນ 11 ອັນດັບ ມາຢູ່ທີ 16 ຂອງໂລກ ມີ 246,000 ຄະແນນ, ແຕ່ຍັງບໍ່ແມ່ນອັນດັບດີສຸດຂອງ ໄຣອັນ ເດ ເຄີຍຂຶ້ນອັນດັບ 6 ຂອງໂລກ ລະດູການ 2009-2010.
ຂະນະທີ່ ຮອງແຊ້ມ British Open 2022 ມາກ ອາວເລນ ຈາກໄອແລນເໜືອ ຫຍັບອັນດັບໂລຫຂຶ້ນ 4 ອັນດັບ ມາຢູ່ທີ 10 ມີ 327,500 ຄະແນນ, ຂະນະທີ່ ອັນດັບ 1 ຂອງໂລກ ຍັງແມ່ນ ຣອນນີ້ ໂອຊຸນລີແວນ ຈາກອັງກິດ, ທີ 2 ຈັດທຣຳ, ທີ 3 ນຽວ ໂຣເບີດສັນ, ທີ 4 ມາກ ເຊວບີ້ ແລະ ທີ 5 ຈອນ ຮິກກິ້ນສ໌, ທີ 6 ຄີເຣນ ວິວສັນ, ທີ 7 ຈ້າວ ຊິນຖົງ, ທີ 8 ມາກ ວິນລ້ຽມສ໌ ແລະ ທີ 9 ແບຣີ້ ຮໍກິ້ນສ໌, ນັກສະນຸກເກີຈາກອາຊຽນ ອັນດັບໂລກດີສຸດຂະນະນີ້ແມ່ນ ນົບພົນ ແສງຄຳ ຈາກໄທ ຢູ່ອັນດັບທີ 33 ຂອງໂລກ.
ໃນອາທິດນີ້ ສະນຸກເກີໂລກ ມີແຂ່ງຂັນລາຍການພິເສດ ລາຍການ Hong Kong Masters ລະຫວ່າງວັນທີ 6–9 ຕຸລານີ້ ທີ່ຮົງກົງ ໂດຍເຊີນເອົານັກສະນຸກເກີຊາຍ 1 ໃນ 5 ຂອງໂລກມາແຂ່ງຂັນເຊັ່ນ: ຣອນນີ້ ໂອຊຸນລີແວນ, ຈັດທຣຳ, ນຽວ ໂຣເບີດສັນ, ມາກ ເຊວບີ້ ແລະ ຈອນ ຮິກກິ້ນສ໌ ບວກກັບ 3 ນັກສະນຸກເກີຈາກຈີນເຊັ່ນ: ຈ້າວ ຊິນຖົງ, ມາຣໂກ້ ຟູ໋ ແລະ ນ່ຽງອອນຢີ ນັກສະນຸກເກີຍິງ ມື 1 ຂອງໂລກ.
Photo: World Snooker Tour