ທີມເຣດບລູ ເຣຊິ້ງ ຄວ້າແຊ້ມ F1: 6 ລາຍການຕິດຕໍ່ກັນໃນປີນີ້

ທີມເຣດບລູ ເຣຊິ້ງ ແຊ້ມເກົ່າ ລົດສູດໜຶ່ງ ຟໍຣມູລ້າວັນ (F1) ລະດູການຜ່ານມາ ຍັງຮັກສາຜົນງານໄດ້ຢ່າງດີໃນລະດູການນີ້ ຫລ້າສຸດສາມາດຄວ້າແຊ້ມ 6 ລາຍການຕິດຕໍ່ກັນ ສະໜາມທີ 17 ຂອງປີ ລາຍການ ສິງກະໂປ ກຣັງປຣີ ທີ່ສະໜາມ Marina Bay Street Circuit ປະເທດສິງກະໂປ ໃນທ້າຍອາທິດຜ່ານມາ.

ປະກົດວ່າ: ແຊ້ມສະໜາມນີ້ ເປັນຂອງ ເຊີຈີໂອ້ ເປເຣັຊ ນັກຂັບຊາວເມັກຊິໂກ້ ຈາກຄ້າຍ ເຣດບລູ ເຣຊິ້ງ ອອກໂຕເປັນຄົນທີສອງ ແຕ່ແຊງ ຊາວ ເລັກເລີ ຈາກທີມເຟີຣາຣີ້ ເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 2 ຊົ່ວໂມງ 2 ນາທີ 20.238 ວິນາທີ ເຖິງວ່າ ເປເຣັຊ ຖືກປັບ 5 ວິນາທີ ຈາກການຝ່າຝືນການຖິ້ມໄລຍະຫ່າງ ລົດເຊັຟຕີ້ຄາຣ ແຕ່ກໍເອົາຊະນະ ເລັກເລີ 2.595 ວິນາທີ.

ຂະນະທີ່ ອັນດັບທີ 3 ສະໜາມນີ້ ເປັນຂອງ ຄາຣລັອສ ເຊັນ ຈາກທີມເຟີຣາຣີ້ ຕາມຫລັງທີໜຶ່ງ 10.305 ວິນາທີ, ຂະນະທີ່ ແຊ້ມເກົ່າ ແມັກ ເວີສະເຕັບເປິ້ນ ຈາກທີມເຣດບລູ ເຣຊິ້ງ ເຖິງວ່າປະສົບກັບບັນຫາໃນການອອກໂຕ ແຕ່ປະຄອງລົດຄູ່ໃຈເຂົ້າເສັ້ນໄຊ ເປັນຄົນທີ 7, ສ່ວນ ເຊບັສຕຽນ ເວັດເທວ ແຊ້ມໂລກ 4 ສະໄໝ ຈົບອັນດັບທີ 8 ແລະ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈົບອັນດັບທີ 9, ທາງດ້ານ ເຟນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ແຂ່ງບໍ່ຈົບ ລົດມີບັນຫາໃນຮອບທີ 20.

ຜ່ານໄປ 17 ສະໜາມ ຜູ້ນຳຄະແນນລວມ ຍັງຄົງເປັນແຊ້ມເກົ່າ ເວີສະເຕັບເປິ້ນ ມີ 341 ຄະແນນ, ທີ 2 ຊາວ ເລັກເລີ ມີ 237 ຄະແນນ, ເຊີຈີໂອ້ ເປເຣັຊ ຊາວເມັກຊິໂກ້ ຢູ່ທີສາມ ມີ 235 ຄະແນນ, ຂະນະທີ່ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈາກທີມເມີຊີເດັສ ມີ 170 ຄະແນນ. ທີມຜູ້ສ້າງ ທີມນຳແມ່ນ ເຣດບລູ ເຣຊິ້ງ ມີ 576 ຄະແນນ, ທີ 2 ເຟີຣາຣີ້ ມີ 439 ຄະແນນ, ທີ 3 ເມີຊີເດັສ ມີ 373 ຄະແນນ.

ສະໜາມຕໍ່ໄປ ສະໜາມທີ 18 ລາຍການ ເຈແປນນິສ ກຣັງປຣີ ທີ່ສະໜາມ Suzuka International Racing Course ປະເທດຍີ່ປຸ່ນ ຈະແຂ່ງຂັນໃນວັນທີ 7-9 ຕຸລານີ້.

Photo: F1

Leave a Reply

Your email address will not be published. Required fields are marked *