ກອນຊາໂລ້ ຮີກົວອິນ ອະດີດສູນໜ້າທີມຊາດອາເຈນຕິນ້າ (ອາກຊັງຕິນ) ລວມທັງສະໂມສອນ ຣຽວ ມາດຣິດ ແລະ ຢູເວັນຕຸສ ປະກາດຈະອຳລາອາຊີບ ຫລັງຈົບລະດູການນີ້ ກັບຕົ້ນສັງກັດ ອິນເຕີ ໄມອາມີ້ ທີມຂອງ ເດວິດ ເບັກແຮມ ໃນເມເຈີລີກ ຊັອກເກີ ລີກສູງສຸດຂອງ ສະຫະລັດ ອາເມຣິກາ ພາຍຫລັງຍຶດອາຊີບນີ້ມາແຕ່ປີ 2005.
ຮີກົວອິນ ເລີ່ມຕົ້ນອາຊີບກັບສະໂມສອນ ຣິເວີເພຈ ທີມໃນບ້ານເກີດ ໃນປີ 2005–2007 ຈາກນັ້ນ ຍ້າຍໄປຢູ່ກັບ ຣຽວ ມາດຣິດ ປີ 2007–2013 ຕໍ່ມາເລືອກໄປຮ່ວມທັບ ນາໂປລີ ປີ 2013–2016 ຫລັງຈາກນັ້ນ ໄປຢູ່ກັບ ຢູເວັນຕຸສ ປີ 2016–2020 ຖືກປ່ອຍໃຫ້ ເອຊີ ມິລານ ແລະ ເຊວຊີ ຍືມຕົວ ກ່ອນຍ້າຍມາຮ່ວມທັບ ອິນເຕີ ໄມອາມີ້ ໃນປີ 2020 ຈົນເຖິງປະຈຸບັນ ລົງຫລິ້ນ 67 ນັດ ຍິງ 27 ປະຕູ.
ຂະນະນີ້ ຮີກົວອິນ ກຳລັງຊ່ວຍ ອິນເຕີ ໄມອາມີ້ ສຸດຂີດ ເພື່ອຫວັງຕິດ 1 ໃນ 14 ທີມ ຈາກທັງໝົດ 28 ທີມ ໃນລີກສູງສຸດຂອງອາເມຣິກາລະດູການນີ້ ໂດຍນັດສຸດທ້າຍຂອງລະດູການປົກກະຕິ ຖ້າຊະນະ ໄດ້ເຂົ້າຮອບເພອັອຟ ລຸ້ນແຊ້ມທັນທີ ແຕ່ຖ້າສະເໝີ ຫລື ເສຍ ຕ້ອງລຸ້ນໃຫ້ຄູ່ຕໍ່ສູ້ທີ່ລຸ້ນອັນດັບດ້ວຍກັນສະດຸດເຊັ່ນກັນ ຈຶ່ງມີໂອກາດເຂົ້າຮອບເພອັອຟຕໍ່ໄປ.
ລວມແລ້ວ ຮີກົວອິນ ລົງຫລິ້ນ 708 ນັດ ກັບ 7 ສະໂມສອນ ຍິງໄດ້ 333 ປະຕູ, ໄດ້ແຊ້ມກັບ ຣຽວ ມາດຣິດ, ນາໂປລີ, ຢູເວັນຕຸສ ແລະ ເຊວຊີ ລວມ 14 ລາຍການ, ໃນນາມທີມຊາດອາກຊັງຕິນ ຕິດທີມຊຸດໃຫຍ່ໃນປີ 2009-2018 ລົງຫລິ້ນ 75 ນັດ ຍິງ 31 ປະຕູ ຊ່ວຍທີມໄດ້ຮອງແຊ້ມ ບານໂລກ 2014, ຮອງແຊ້ມ ໂຄປ້າ ອາເມຣິກາ 2015 ແລະ 2016.
Photo: Inter Miami CF