ການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ທີ່ປະເທດຄູເວດ ເປັນເຈົ້າພາບ ກາຍເປັນຄັ້ງທຳອິດທີ່ 3 ຊາດຈາກອາຊຽນ: ໄທ, ຫວຽດນາມ ແລະ ອິນໂດເນເຊຍ ສາມາດທະລຸໄປເຖິງ ຮອບ 8 ທີມສຸດທ້າຍ, ແຕ່ຕົກຮອບນີ້ 2 ທີມ ເຂົ້າຮອບຕໍ່ໄປ 1 ທີມຄື: ທີມຊາດໄທ ແຊ້ມອາຊຽນ ອັນດັບ 3 ຂອງອາຊີ ຊະນະ ທາຈີກິດສະຖານ ອັນດັບທີ 11 ຂອງທະວີບ ແບບຫວຸດວິດ 3-2.
ໄທ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 8 ໄປພົບກັບ ອີຣານ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 12 ສະໄໝ ເບີ 1 ຂອງທະວີບ ທີ່ຊະນະ ຫວຽດນາມ ອັນດັບ 7 ຂອງທະວີບ 8-1 ອີຣານ ເຂົ້າຮອບ 4 ທີມສຸດທ້າຍ ທຸກຄັ້ງຂອງການແຂ່ງຂັນລາຍການນີ້.
ຂະນະທີ່ ອິນໂດເນເຊຍ ອີກໜຶ່ງທີມຈາກອາຊຽນ ອັນດັບ 5 ຂອງທະວີບ ທີ່ເຂົ້າມາຮອບ 8 ທີມເປັນຄັ້ງທຳອິດ ຖືກ ຍີ່ປຸ່ນ ແຊ້ມ 3 ສະໄໝ ທັງຮອງແຊ້ມຄັ້ງຜ່ານມາ ເບີ 2 ຂອງທະວີບ ແຊງຊະນະແບບຫວຸດວິດ 3-2.
ທັບຊາມູໄຣ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 15 ຈາກທັງໝົດ 16 ຄັ້ງ ໄປພົບກັບ ອຸສເບກິສຖານ ທີ 4 ຂອງທະວີບ ທີ່ຜ່ານ ເຈົ້າພາບ ຄູເວດ ທີ 9 ຂອງທະວີບ 3-0 ຮອບ 4 ທີມສຸດທ້າຍ ຈະແຂ່ງຂັນວັນທີ 6 ຕຸລານີ້.
Photo: AFC