ການແຂ່ງຂັນບານສົ່ງໃນຮົ່ມຍິງ ຍິງຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ, ການແຂ່ງຂັນຮອບທີ 2 ຫລື ຮອບ 16 ທີມສຸດທ້າຍ ແບ່ງເປັນ 2 ກຸ່ມ, ກຸ່ມລະ 8 ທີມ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1-4 ຂອງກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ, ເຊິ່ງຮອບທີສອງນີ້ ແມ່ນເອົາຜົນງານໃນຮອບທີໜຶ່ງຜ່ານມາ ບວກກັບຜົນງານໃນຮອບນີ້ ເພື່ອຈັດອັນດັບ ຄັດເຂົ້າຮອບ 8 ທີມຕໍ່ໄປ.
ສຳລັບຜົນການແຂ່ງຂັນຮອບສອງ ກຸ່ມ F ວັນທີ 4 ຕຸລາຜ່ານມາ: ເຊີເບຍ (ແຊັກບີ້) ແຊ້ມເກົ່າ ຊະນະ ໂປໂລຍ 3-0 ເຊັດ ຄວ້າໄຊ 6 ນັດລວດ, ຂະນະທີ່ ການາດ້າ ຊະນະ ໄທ 3-1 ເຊັດ, ສະຫະລັດ ອາເມຣິກາ ຊະນະ ສາທາລະນະລັດ ໂດມີນີກັນ 3-1 ແລະ ຕູຣາເຄຍ ຊະນະ ເຢຍລະມັນ 3-0.
ກຸ່ມ E: ຍີ່ປຸ່ນ ຊະນະ ເບວຢ້ຽມ (ແບນຊິກ) 3-1 ເຊັດ, ອີຕາລີ ຮອງແຊ້ມຄັ້ງຜ່ານມາ ເສຍໃຫ້ ເບຣຊິນ 2-3 ເຊັດ ແລະ ເນເທີແລນ (ໂຮນລັງ) ຊະນະ ອາເຈນຕິນ້າ (ອາກຊັງຕິນ) 3-1 ເຊັດ, ມື້ນີ້ ສືບຕໍ່ແຂ່ງຂັນຕື່ມອີກ.
ການແຂ່ງຂັນບານສົ່ງໃນຮົ່ມຍິງ ຍິງຊິງແຊ້ມໂລກ FIVB Volleyball Women’s World Championship ມີມາແຕ່ປີ 1952 ທີມທີ່ໄດ້ແຊ້ມຫລາຍສຸດແມ່ນ ຍີ່ປຸ່ນ 5 ຄັ້ງ, ອະດີດສະຫະພາບໂຊວຽດ 3 ຄັ້ງ, ເບຣຊິນ 2 ຄັ້ງ, ໄດ້ແຊ້ມ 1 ສະໄໝ ປະກອບມີ: ສປ ຈີນ, ອີຕາລີ, ຝຣັ່ງ, ເຢຍລະມັນ, ໂຮນລັງ, ບຸນກາຣີ, ໂປໂລຍ, ເປຣູ, ເມັກຊິໂກ້ ແລະ ເຊັກໂກສະໂລວາກີ.
Photo: FIVB