ອິນເຕີ ເຮັດໄດ້! ຊະນະ ບາຣຊ້າ ນັດທຳອິດ ຈາກ 6 ນັດຫລັງສຸດທີ່ພົບກັນ ແຊງຂຶ້ນທີ 2 ສ່ວນ ບາເຢິນ ຖະຫລົ່ມ ພິວເຊັນ 5-0 ຢູຟ້າ ແຊ້ມປ້ຽນລີກ ນັດທີ 3

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ C ນັດທີ 3 ຄືນວັນທີ 4 ຕຸລາຜ່ານມາ, ທັບງູໃຫຍ່ ອິນເຕີ ມິລານ ເປີດບ້ານເອົາຊະນະ ບາຣເຊໂລນ້າ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ຮາຄານ ຄາວຮາໂນກູ ໄລຍະຕໍ່ເວລາບາດເຈັບຕັ້ງທີໜຶ່ງ ນາທີ 45+2′ ນັດນີ້ ເຖິງວ່າ ບາຣຊ້າ ຄອງບານຫລາຍກວ່າ 70% ແຕ່ເຈາະປະຕູ ອິນເຕີ ບໍ່ໄດ້.

+ ອິນເຕີ ຊະນະ ບາຣຊ້າ ນັດທຳອິດ ຈາກ 6 ນັດຫລັງສຸດທີ່ພົບກັນ ກ່ອນໜ້ານີ້ 5 ນັດ ບາຣຊ້າ ຊະນະ 4 ສະເໝີ 1. 

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເສືອໃຕ້ ບາເຢິນ ມິວນິກ ເປີດບ້ານຖະຫລົ່ມ ວິກຕໍເຣຍ ພິວເຊັນ ຈາກສາທາລະນະລັດເຊັກ 5-0 ເລຣອຍ ຊາເນ່ ຍິງສອງປະຕູ, ແຊັກ ຫງ່າບຣີ້, ຊາດີໂອ ມາເນ່ ແລະ ຊູໂປ ໂມຕິ້ງ ຜູ້ລະປະຕູ.

ຕາຕະລາງຄະແນນຂະນະນີ້ ຜ່ານໄປ 3 ນັດ ບາເຢິນ ເປັນທີມນຳ ຊະນະ 3 ນັດລວດ, ອິນເຕີ ມີ 6 ຄະແນນ, ບາຣຊ້າ 3 ຄະແນນ ແລະ ພິວເຊັນ ຍັງບໍ່ມີຄະແນນ. ນັດທີ 4 ຂອງກຸ່ມ ຈະກັບມາແຂ່ງຂັນວັນທີ 12 ຕຸລານີ້.

ກຸ່ມ B ຄລັບ ບຣູດຈ໌ ຊະນະ ແອັດມາດຣິດ 2-0 ແລະ ປໍຣໂຕ້ ຊະນະ ເລເວີຄູເຊັນ 2-0 ເຊັ່ນກັນ ຜ່ານໄປ 3 ນັດ ຄລັບ ບຣູດຈ໌ ມີ 9 ຄະແນນ, ຂະນະທີ່ ແອັດມາດຣິດ, ປໍຣໂຕ້ ແລະ ເລເວີຄູເຊັນ ມີ 3 ຄະແນນ.

ກຸ່ມ D ໄອແທັກ ແຟັງເຟີດ ສະເໝີກັບ ສະເປີ 0-0 ແລະ ມາກເຊີຍ ຊະນະ ສະປອດຕິ້ງ ລິສບ້ອນ 4-1 ຜ່ານໄປ 3 ນັດ ສະປອດຕິ້ງ ມີ 6 ຄະແນນ, ສະເປີ ກັບ ແຟັງເຟີດ ມີ 4 ຄະແນນ ແລະ ມາກເຊີຍ ມີ 3 ຄະແນນ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *