ຣໍຣີ້ ແມັກອິວຣອຍ ສ້າງປະຫວັດສາດເປັນນັກກັອຟຄົນທຳອິດ ໄດ້ແຊ້ມ FedEx Cup 3 ສະໄໝ ຮັບເງິນລາງວັນ 18 ລ້ານໂດລາ

ຣໍຣີ້ ແມັກອິວຣອຍ ນັກກັອຟຊາວໄອແລນເໜືອ ໄວ 33 ປີ ແຊ້ມເມເຈີ 4 ສະໄໝ ສ້າງປະຫວັດສາດກາຍເປັນນັກກັອຟຄົນທຳອິດ ໄດ້ແຊ້ມ FedEx Cup 3 ສະໄໝ ພາຍຫລັງຄວ້າແຊ້ມ ກັອຟ Tour Championship ພີຈີເອທົວ ລາຍການສຸດທ້າຍຂອງລະດູການ 2022-23 ໃນທ້າຍເດືອນສິງຫາຜ່ານມາ ຄະແນນລວມ 4 ວັນ −21 ອັນເດີພາຣ.

ການເປັນແຊ້ມ FedEx Cup ຄັ້ງນີ້ ແມັກອິວຣອຍ ໄດ້ຮັບເງິນລາງວັນ 18 ລ້ານໂດລາສະຫະລັດ, ລະດູການ 2022-23 ຣໍຣີ້ ແມັກອິວຣອຍ ລົງແຂ່ງ 16 ລາຍການ ໄດ້ແຊ້ມ 3 ລາຍການ, ຮອງແຊ້ມ 1 ລາຍການ, ທີສາມ 1 ລາຍການ ແລະ ຕິດທັອບເທັນ 1 ໃນ 10 ລວມ 10 ລາຍການ ສະສົມເງິນລາງວັນໃນລະດູການນີ້ທັງໝົດ 4,390,000 ກວ່າໂດລາສະຫະລັດ.

ແມັກອິວຣອຍ ເລີ່ມຕົ້ນອາຊີບໃນປີ 2007 ລວມແລ້ວໄດ້ແຊ້ມທັງໝົດ 42 ລາຍການ ໃນນີ້ ພີຈີເອທົວ 22 ລາຍການ, ຢູໂຣປ້ຽນທົວ 14 ລາຍການ, ແລະ ລາຍການອື່ນໆ, ສ່ວນລະດັບເມເຈີໄດ້ 4 ລາຍການຄື: PGA Championship 2 ສະໄໝ, U.S. Open ແລະ The Open Championship ຢ່າງລະ 1 ສະໄໝ.

Photo: PGA

Leave a Reply

Your email address will not be published. Required fields are marked *