ຄາຣິມ ເບັນເຊມ້າ ກອງໜ້າທີມຊາດຝຣັ່ງ ໄວ 34 ປີ ຂອງສະໂມສອນ ຣຽວ ມາດຣິດ ພິຊິດລາງວັນ ນັກກິລາເຕະບານຊາຍດີເດັ່ນຂອງເອີຣົບ ລະດູການ 2021-22 ໄດ້ 523 ຄະແນນ ເອົາຊະນະ ເຄວິນ ເດີບຣອຍ ກອງກາງທີມຊາດແບນຊິກຂອງສະໂມສອນ ແມັນເຊັສເຕີ ຊິຕີ້ ທີ່ໄດ້ 122 ຄະແນນ ແລະ ຕີໂບ ກູຕົວ ຜູ້ຮັກສາປະຕູເພື່ອນຮ່ວມທັບຣາຊາຊຸດຂາວ ຊາວແບນຊິກ ທີ່ໄດ້ 118 ຄະແນນ.
ເບັນເຊມ້າ ໄດ້ລາງວັນນີ້ຄັ້ງທຳອິດ ແລະ ເປັນນັກເຕະຊາວຝຣັ່ງຄົນທີ 2 ຕໍ່ຈາກ ຟຣອງ ລີເບຣີ້ ລະດູການ 2012–13 ເບັນເຊມ້າ ສະແດງຜົນງານໄດ້ຢ່າງໂດດເດັ່ນປະຈັກຕາໃນລະດູການຜ່ານມາ ຍິງປະຕູໄດ້ຫລາຍສຸດຕະຫລອດອາຊີບ ລວມ 44 ປະຕູ ຈາກ 46 ນັດ, ຄວ້າລາງວັນດາວຍິງສູງສຸດຂອງ ລາລີກ້າ ຍິງ 27 ປະຕູ ຈາກ 32 ນັດ ແລະ ເປັນດາວຍິງສູງສຸດ ຢູຟ້າ ແຊ້ມປ້ຽນລີກ ຍິງ 15 ປະຕູ ຈາກ 12 ນັດ ພ້ອມກັບ ພາຕົ້ນສັງກັດຄອງແຊ້ມ ລາລີກ້າ, ຢູຟ້າ ແຊ້ມປ້ຽນລີກ ແລະ ຊຸບເປີຄັບຂອງແອັສປາຍ ນອກຈາກນີ້ ກໍຊ່ວຍທີມຊາດຝຣັ່ງ ຜ່ານການຄັດເລືອກສູ່ບານໂລກ 2022 ຮອບສຸດທ້າຍ ທີ່ກາຕ້າ.
Photo: UEFA Champions League