ການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ລາຍການ ໂມໂຕຈີພີ ( MotoGP) ສະໜາມທີ 17 ປະຈຳປີ 2022 ລາຍການ ໄທແລນ ກຣັງປຣີ ທີ່ສະໜາມ Chang International Circuit, ແຂວງບູຣີຣຳ, ປະເທດໄທ ໃນທ້າຍອາທິດຜ່ານມາ ເຊິ່ງມີຄວາມຍາວຕໍ່ຮອບ 4.554 ແມັດ.
ການແຂ່ງຂັນຖືກຝົນລົບກວນ ເປັນອຸປະສັກຕໍ່ນັກກິລາໃນການຊົງຕົວ ແຕ່ການແຂ່ງຂັນກໍດຳເນີນໄປດ້ວຍຄວາມລະທຶກໃຈ ບຽດຊິງຕຳແໜ່ງກັນຢ່າງມ່ວນມັນ ປະກົດວ່າ: ມິເກວ ໂອລິເວຣ້າ ນັກຂັບຊາວປັອກຕຸຍການ ຈາກທີມ ເຄທີເອັມ ອອກໂຕຄົນທີ 11 ແຕ່ແຊງຄູ່ແຂ່ງເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 41 ນາທີ 44.503 ວິນາທີ ເອົາຊະນະ ແຈັກ ມິວເລີ ນັກຂັບອົດສະຕຣາລີ ຈາກຄ້າຍດູຄາຕິ ພຽງສ້ຽວວິນາທີ 0.730, ໄດ້ແຊ້ມເປັນສະໜາມທີສອງໃນປີນີ້ ຕໍ່ຈາກລາຍການ ອິນໂດເນຊ້ຽນ ກຣັງປຣີ ເດືອນມີນາຜ່ານມາ.
ສ່ວນທີ 3 ສະໜາມນີ້ ເປັນຂອງ ຟຣານເຊັສໂກ້ ແບັກໄນອາ ນັກຂັບຊາວອີຕາລີ ຈາກຄ້າຍດູຄາຕິ ແຊ້ມ 6 ສະໜາມໃນປີນີ້ ຕາມຫລັງທີໜຶ່ງ 1.968 ວິນາທີ, ສ່ວນ ມາກ ມາເກັຊ ແຊ້ມໂລກ 6 ສະໄໝ ຈົບອັນດັບທີ 5 ຕາມຫລັງທີໜຶ່ງ 2.958 ວິນາທີ, ທາງດ້ານ ແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ຊາວຝຣັ່ງ ຈາກຄ້າຍຢາມາຮ່າ ຈົບອັນດັບທີ 17 ບໍ່ມີຄະແນນຕິດມື.
ສະຫລຸບຄະແນນລວມນັກຂັບ ຜ່ານໄປ 17 ສະໜາມ ຜູ້ນຳຍັງຄົງເປັນແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ມີ 219 ຄະແນນ, ແຕ່ນຳອັນດັບສອງ ຟຣານເຊັສໂກ້ ແບັກໄນອາ ພຽງ 2 ຄະແນນ, ທີສາມ ອາເລັກ ເອັສປາກາໂຣ ມີ 199 ຄະແນນ, ສ່ວນ ມິເກວ ໂອລິເວຣ້າ ຢູ່ທີ 8 ມີ 131 ຄະແນນ. ຄະແນນທີມຜູ້ສ້າງ ທີມນຳຍັງຄົງເປັນ ທີມດູຄາຕິ ມີ 391 ຄະແນນ, ທີສອງ ອາພຣີເລຍ ມີ 235 ຄະແນນ ແລະ ທີສາມ ຢາມາຮ່າ ມີ 224 ຄະແນນ.
ສະໜາມຕໍ່ໄປ ສະໜາມທີ 18 ລາຍການ ອັອສສະເຕລ້ຽນ ກຣັງປຣີ ທີ່ສະໜາມ Phillip Island Grand Prix, ເກາະຟີລິບ, ລັດວິກຕໍເຣຍ, ປະເທດອົດສະຕຣາລີ ວັນທີ 14-16 ຕຸລານີ້.
Photo: MotoGP