ທັບນັກກິລາເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ທີມຊາດລາວ ກຽມດວນກັບ U17 ທີມຊາດອີຣານ ອີກຄັ້ງໃນຮອບ 10 ປີ ໃນການຄັດເລືອກໄປ ຊີງແຊ້ມອາຊີ 2023 ວັນທີ 5 ຕຸລານີ້ ທີ່ປະເທດກີກິດສະຖານ (ກຽກກີ້ສະຖານ) ພາຍຫລັງທັງສອງທີມເຄີຍພົບກັນຄັ້ງຫລ້າສຸດໃນຮອບສຸດທ້າຍ ປີ 2012 ທີ່ອີຣານ ເປັນເຈົ້າພາບ ໂດຍພົບກັນໃນຮອບແບ່ງກຸ່ມ U17 ທີມຊາດລາວ ເສຍໃຫ້ ອີຣານ 1-3 ຍຸກນັ້ນທີມຊາດລາວມີ ພິທັກ ກອງມາທິລາດ, ອານຸໄຊ ນ້ອຍວົງ, ອາມີໄຊ ເກດຕະວົງ, ທານິນ ພັນທະວົງ ລວມທັງ ວັດທະນາ ແກ້ວດວງເດດ.
ຄັ້ງນັ້ນ U17 ທີມຊາດລາວ ຕົກຮອບແບ່ງກຸ່ມ ແຂ່ງ 3 ນັດ ມີ 3 ຄະແນນ, ສ່ວນ ອີຣານ ຊະນະ 3 ນັດລວດ ແລະ ໄປຈອດທີ່ຮອບ 4 ທີມສຸດທ້າຍ. ສຳລັບ U17 ທີມຊາດອີຣານ ເຄີຍຜ່ານການຄັດເລືອກໄປຫລິ້ນຮອຍສຸດທ້າຍ 11 ຄັ້ງ ແລະ ເປັນແຊ້ມ 1 ສະໄໝ ປີ 2008, ຂະນະທີ່ U17 ທີມຊາດລາວ ເຄີຍຜ່ານການຄັດເລືອກໄປຮອບສຸດທ້າຍ 2 ຄັ້ງ ປີ 2004 ທີ່ຍີ່ປຸ່ນ ແລະ 2012 ຢູ່ອີຣານ ແຕ່ຕົກຮອບແບ່ງກຸ່ມທັງສອງຄັ້ງ.
ສຳລັບການຄັດເລືອກຄັ້ງນີ້ U17 ທີມຊາດລາວ ແລະ ອີຣານ ຈັບສະຫລາກຄັດເລືອກຢູ່ກຸ່ມ I ຮ່ວມກັບ ຮົງກົງ ແລະ ກີກິດສະຖານ (ກຽກກີ້ສະຖານ) ເຈົ້າພາບຮອບຄັດເລືອກກຸ່ມນີ້ ຈະແຂ່ງຂັນໃນລະຫວ່າງວັນທີ 5-9 ຕຸລາ 2022, ນັດທຳອິດ ລາວ ແລະ ອີຣານ ວັນທີ 5 ຕຸລາ ເວລາ 16:00 ຕາມເວລາໃນປະເທດລາວ ເຊິ່ງໄວກວ່າ ກີກິດສະຖານ 1 ຊົ່ວໂມງ, ຈາກນັ້ນ ນັດທີ 2: U17 ທີມຊາດລາວ ພົບກັບ ຮົງກົງ ວັນທີ 7 ຕຸລາ ເວລາ 16:00 ແລະ ນັດທີ 3 ນັດສຸດທ້າຍຂອງກຸ່ມ U17 ທີມຊາດລາວ ຈະພົບກັບ ເຈົ້າພາບ ກີກິດສະຖານ ວັນທີ 9 ຕຸລາ ເວລາ 20:30 ຕາມເວລາໃນປະເທດລາວ ທຸກໆນັດແຂ່ງຂັນທີ່ສະໜາມ Dolon Omurzakov, ໃນນະຄອນຫລວງ Bishkek.
ຮູບແບບການຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.
Photo: LaoFF