ບຣູໂນ້ ລາດຈ໌ ຜູ້ຈັດການໝາປ່າ ວູຟແຮມຕັນ ວັນເດີເຣີ ກາຍເປັນຜູ້ຈັດການທີມຄົນທີ 3 ໃນພຣີເມ່ຍລີກ ລະດູການນີ້ ຖືກປົດອອກຈາກຕຳແໜ່ງ ພາຍຫລັງພາທີມບຸກເສຍໃຫ້ ເວັສແຮມ 0-2 ເກມລີກ ໃນທ້າຍອາທິດຜ່ານມາ, ເຮັດໃຫ້ທີມປະລາໄຊ ເປັນນັດທີ 4 ຈາກ 8 ນັດໃນລີກລະດູການນີ້ ແລະ ເມື່ອລວມກັບລະດູການຜ່ານມາ ບຣູໂນ້ ລາດຈ໌ ພາວູຟ ຊະນະພຽງນັດດຽວ ຈາກ 15 ນັດຫລັງສຸດໃນເກມລີກ ຈຶ່ງເຮັດໃຫ້ ປະທານສະໂມສອນຊາວຈີນ ເຈັຟສື ຕັດສິນໃຈປົດອອກຈາກຕຳແໜ່ງ.
ບຣູໂນ້ ລາດຈ໌ ເຂົ້າມາຄຸມ ວູຟ ໃນຕົ້ນລະດູການຜ່ານມາ ພາທີມຈົບອັນດັບທີ 10, ລວມແລ້ວຄຸມທີມທັງໝົດ 38 ນັດທຸກລາຍການ ຊະນະ 15 ສະເໝີ 6 ເສຍ 17 ນັດ ສະເລ່ຍ ໂອກາດຊະນະຕໍ່ນັດ 48.6%.
ສ່ວນຜູ້ຈັດການທີມໃໝ່ທີ່ອາດຈະເຂົ້າມາແທນ ມີຫລາຍສື່ຕີຂ່າວວ່າ: ວູຟ ສົນໃຈດຶງມາແທນທີ່ ບຣູໂນ້ ລາດຈ໌ ປະກອບມີ: ຣູເບັນ ອາໂມຣິມ ຄູຝຶກຊາວປັອກຕຸຍການຂອງ ສະປອດຕິ້ງ ລິສບ້ອນ, ຢູເລນ ໂລເປເຕກີ ຊາວແອັສປາຍຂອງ ເຊບີຢ້າ, ເປົາໂລ ຟອນເຊກ້າ ຊາວປັອກຕຸຍການ ຄູຝຶກ ລິນລ໌, ອັນເຕ້ ໂປສເຕໂຄກູ ຊາວອົດສະຕຣາລີຂອງ ເຊວຕິກ, ລວມທັງ ເມົາຣິຊິໂອ້ ໂປແຊັດຕິໂນ້ ອະດີດຄູຝຶກ ສະເປີ ແລະ ຜູ້ອື່ນໆ.
Photo: Wolverhampton Wanderers FC