ສະໂມສອນລ້ານຊ້າງ ສົມເປັນເບີ 1 ຂອງລາວ ຄອງຂັນຊະນະເລີດ ເທຄວັນໂດ້ຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 3

ການແຂ່ງຂັນກິລາເທຄວັນໂດ້ ຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 3 ໄດ້ດຳເນີນການແຂ່ງຂັນຢ່າງຄຶກຄື້ນ-ມ່ວນຊື່ນ ໃນວັນທີ 1-2 ຕຸລາ 2022 ນີ້ ທີ່ສູນການຄ້າໄອເຕັກ ຊັ້ນ 4 ນະຄອນຫລວງວຽງຈັນ ເຊິ່ງຄັ້ງນີ້ ມີນັກກີລາເຂົ້າຮ່ວມ 311 ຄົນ, ຍິງ 51 ຄົນ ຈາກຫຼາຍໆສະໂມສອນໃນນະຄອນຫລວງວຍງຈັນ ແລະ ບັນດາແຂວງຕ່າງໆ, ຊີງໄຊທັງໝົດ 74 ລາຍການ ໃນຮຸ່ນອານຸຊົນ, ເຍົາວະຊົນ, ຊາວໜຸ່ມ ທັງປະເພດຟ້ອນ ແລະ ປະເພດຕໍ່ສູ້.

ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ສະເຫລີມສະຫລອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ, ທັງເປັນການສົ່ງເສີມໃຫ້ອານຸຊົນ, ເຍົາວະຊົນ-ຊາວໜຸ່ມ ໄດ້ມີການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນຢ່າງຕ່ໍເນື່ອງ ເພື່ອທົດສອບທັກສະ ຄວາມສາມາດຂອງນັກກິລາ ກ່ອນຮ່ວມງານ ກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນທ້າຍປີນີ້.

ຜ່ານການແຂ່ງຂັນ ສະໂມສອນ ລ້ານຊ້າງ ແຊ້ມເກົ່າ ທີມເທຄວັນໂດ້ ເບີ 1 ຂອງ ສປປ ລາວ ຍັງຟອມເດັ່ນຕໍ່ເນື່ອງ ຄອງຂັນແຊ້ມ 3 ສະໄໝຕິດຕ່ໍກັນ, ຄັ້ງນີ້ ຍາດມາໄດ້ 13 ຫລຽນຄຳ, 3 ຫລຽນເງິນ ແລະ 8 ຫລຽນທອງ ລວມ 24 ຫລຽນ, ທີ 2 ແຂວງຫລວງພະບາງ ໄດ້ 8 ຫລຽນຄຳ, 7 ຫລຽນເງິນ, 4 ຫລຽນທອງ, ທີ 3 ແຂວງຊຽງຂວາງ ໄດ້ 6 ຫລຽນຄຳ, 4 ຫລຽນເງິນ, 3 ຫລຽນທອງ, ທີ 4 ເປັນຂອງ ສະໂມສອນ ເສືອນ້ອຍ ທີມ A ໄດ້ 5 ຫລຽນຄຳ 3 ຫລຽນເງິນ 11 ຫລຽນທອງ, ທີ 5 ແຂວງຄຳມ່ວນ ໄດ້ 4 ຫລຽນຄຳ 6 ຫລຽນເງິນ 13 ຫລຽນທອງ.

ໃຫ້ກຽດມອບລາງວັນໂດຍ ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສີວັນນະກອນ ມະລີວັນ ຮອງປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ.

ພາບ: Phounsavath Souvanthong

Leave a Reply

Your email address will not be published. Required fields are marked *