ປະທານສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ທ່ານ ຈານນີ້ ອິນຟານຕິໂນ້ ໄດ້ຮ່ວມສະແດງຄວາມເສຍໃຈຕໍ່ຜູ້ເສຍຊີວິດ 100 ກວ່າຄົນ ຈາກເຫດການແຟນບານປະທະກັນໃນລີກສູງສຸດຂອງອິນໂດນເຊຍ ເຊິ່ງເຫດການນີ້ ເກີດຂຶ້ນວັນທີ 1 ຕຸລາ 2022, ນັດທີ່ສະໂມສອນ ອາເມຣ້າ ເອຟຊີ ເສຍຄາບ້ານໃຫ້ ເປເຊບາຢ້າ ຊູຣາບາຢ້າ 2-3 ຈາກນັ້ນ ແຟນບານຂອງເຈົ້າພາບ ກໍປະທະກັບ ແຟນບານທີມຢາມ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ ທຳຮ້າຍຮ່າງກາຍ ແລະ ເຄື່ອງຂອງ ສົນລະວົນວຸ້ນວາຍ ເຮັດໃຫ້ມີຜູ້ເສຍຊີວິດ 125 ຄົນ ແລະ ບາດເຈັບອີກ 180 ກວ່າຄົນ.
ປະທານຟີຟ້າ ກ່າວວ່າ: ນີ້ຄືວັນທີ່ມືດມົວໃນວົງການບານເຕະ, ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວ ແລະ ເພື່ອນມິດ ຜູ້ເສຍຊີວິດຈາກເຫດການນີ້, ພ້ອມດຽວກັນນີ້ ວົງການບານເຕະທົ່ວໂລກ ກໍໄດ້ຮ່ວມໃຈກັນ ໄວ້ອາໄລແກ່ຜູ້ເສຍຊີວິດ.
Photo: CGTN Africa, Mr.Captain