ການແຂ່ງຂັນສະນຸກເກີ ລະດັບໂລກ ລາຍການ British Open 2022 ທີ່ສັງວຽນ ມາຣເຊວ ອາຣີນ້າ ເມືອງມິວຕັນຄີນ ປະເທດອັງກິດ ຮອບຊິງຊະນະເລີດປີນີ້ ເປັນຄູ່ຊິງໜ້າໃໝ່, ມາກ ອາວເລນ ມື 14 ຂອງໂລກຈາກໄອແລນເໜືອ ພົບກັບ ໄຣອັ້ນ ເດ ມື 27 ຂອງໂລກ ຈາກເວວ.
ຄູ່ນີ້ສູ້ກັນໄດ້ຢ່າງໃກ້ຄຽງສູສີ ປ່ຽນກັນນຳ ຈົບເຊັສຊັ່ນທີໜຶ່ງສະເໝີກັນ 4-4 ເຟຣມ, ມາເຊັສຊັ່ນທີສອງ ກາຍເປັນ ໄຣອັ້ນ ເດ ເຂົ້າເບຣກໄດ້ຄົມກວ່າ ເອົາຊະນະ ມາກ ອາວເລນ 10-7 ເຟຣມ ຄວ້າແຊ້ມ ສະນຸກເກີ British Open ເປັນຄັ້ງທຳອິດ ເປັນນັກສະນຸກເກີເວວ ຄົນທີ 3 ທີ່ໄດ້ແຊ້ມລາຍການນີ້ ຕໍ່ຈາກ ເຣ ເຣຍດ້ອນ ປີ 1983 ແລະ ມາກ ວິນລ້ຽມສ໌ ປີ 1997 ແລະ 2021.
ໄຣອັ້ນ ເດ ຮັບຂັນແຊ້ມ ພ້ອມເງິນລາງວັນ 100,000 ປອນ, ຮອງແຊ້ມໄດ້ເງິນລາງວັນ 45,000 ປອນ. ສ່ວນລາງວັນເຂົ້າເບຣກສູງສຸດລາຍການນີ້ ເປັນຂອງ ມາກ ເຊວບີ້ ຈາກອັງກິດ ມື 3 ຂອງໂລກ ໄດ້ແມັກຊີມໍ້າເບຣກ 147 ຄະແນນ ຄັ້ງທີ 4 ໃນອາຊີບ ຮັບເງິນລາງວັນ 5,000 ປອນ.
Photo: World Snooker Tour