ເອີລິ້ງ ຮາແລນ ກອງໜ້າຟອມເດັ່ນ ໄວ 22 ປີ ທີມຊາດນໍຣເວ (ນອກແວ) ສ້າງປະຫວັດສາດໜ້າໃໝ່ກາຍເປັນນັກເຕະຄົນທຳອິດ ໃນ ພຣີເມ່ຍລີກ ອັງກິດ ສາມາດຍິງແຮັດທຣິກ ໃນບ້ານ 3 ນັດຕິດຕໍ່ກັນ ພາຍຫລັງຊັດແຮັດທຣິກໃສ່ ແມນເຊັສເຕີ ຢູໄນເຕັດ ພາທັບເຮືອໃບ ເປີດບ້ານຊະນະ ແມນຢູ 6-3 ເມື່ອວັນທີ 2 ຕຸລາຜ່ານມາ, ກ່ອນໜ້ານີ້ ຍິງແຮັດທຣິກໃສ່ ຄຣິສຕັນ ພາເລດ ແລະ ນັອດຕິ້ງແຮມ ຟໍເຣັດ.
ຂະນະນີ້ ຮາແລນ ຍິງໄປແລ້ວ 17 ປະຕູ 3 ແອັສຊິດ ຈາກ 11 ນັດລວມທັງເກມ ຢູຟ້າ ແຊ້ມປ້ຽນລີກ ສະເພາະໃນ ພຣີເມ່ຍລີກ 14 ປະຕູ ຈາກ 8 ນັດ ແລະ ເປັນການຍິງ 8 ນັດຕິດຕໍ່ກັນ ລວມທຸກລາຍການ.
ນອກຈາກນີ້ ຮາແລນ ເປັນນັກເຕະຄົນທຳອິດທີ່ມາຫລິ້ນໃນ ພຣີເມ່ຍລີກ ອັງກິດ ແລະ ສາມາດຍິງປະຕູເກມນອກບ້ານ 4 ນັດຕິດຕໍ່ກັນ ພ້ອມກັບເປັນນັກເຕະໜຸ່ມສຸດສາມາດຍິງ 25 ປະຕູໃນ ຢູຟ້າ ແຊ້ມປ້ຽນລີກ.
ຕາມປະຫວັດສາດຂອງ ພຣີເມ່ຍລີກ ນັກເຕະທີ່ຍິງແຮັດທຣິກ 3 ຄັ້ງ ໃຊ້ເວລາລົງຫລິ້ນໜ້ອຍສຸດແມ່ນ ໄມເຄິນ ໂອເວັນ ລວມ 48 ນັດ, ແຕ່ ຮາແລນ ໃຊ້ເວລາພຽງ 8 ນັດ ຍິງໄດ້ 3 ແຮັດທຣິກ ໄວສຸດໃນປະຫວັດສາດ.
ສູນໜ້າ ໄວ 22 ປີ 127 ວັນ ຍ້າຍຈາກ ໂບຣຸສເຊຍ ດັອດມຸນ ມາຢູ່ກັບ ແມນຊິຕີ້ ໃນລະດູການນີ້ ດ້ວຍຄ່າໂຕ 51.2 ລ້ານປອນ ກາຍເປັນນັກເຕະອາຍຸນ້ອຍສຸດທີ່ສາມາດຍິງຫລັກ 50 ປະຕູພາຍໃຕ້ການຄຸມທີມຂອງ ເປບ ກົວດີໂອລ້າ ແຊງສະຖິຕິຂອງ ລີໂອເນວ ເມັສຊີ້.
Photo: Manchester City, Premier League