ການແຂ່ງຂັນກິລາເທຄວັນໂດ້ ຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 3 ໄດ້ໄຂຂຶ້ນຢ່າງທາງການ ໃນວັນທີ 1 ຕຸລານີ້ ທີ່ສູນການຄ້າໄອເຕັກ ຊັ້ນ 4 ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຜູ້ສະໜັບສະໜູນ, ແຂກຖືກເຊີນ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ເພື່ອເປັນການທົດສອບທັກສະຄວາມສາມາດຂອງນັກກິລາ ກ່ອນຮ່ວມງານ ກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນທ້າຍປີນີ້ ພ້ອມກັນນີ້ ກໍເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ສະເຫລີມສະຫລອງ ວັນຄູແຫ່ງຊາດ 7 ຕຸລາ, ສົ່ງເສີມໃຫ້ເຍົາວະຊົນ-ຊາວໜຸ່ມ ໄດ້ມີການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນຢ່າງຕ່ໍເນື່ອງ ໂດຍມີການຊີງໄຊທັງໝົດ 74 ລາຍການ ໃນຮຸ່ນອານຸຊົນ, ເຍົາວະຊົນ, ຊາວໜຸ່ມ ທັງປະເພດຟ້ອນ ແລະ ປະເພດຕໍ່ສູ້ ມີນັກກີລາເຂົ້າຮ່ວມ 311 ຄົນ, ຍິງ 51 ຄົນ ຈາກຫຼາຍໆສະໂມສອນນະຄອນຫລວງ ແລະ ບັນດາແຂວງຕ່າງໆເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານສະຫະພັນກີລາເທຄວັນໂດແຫ່ງຊາດລາວ ກ່າວວ່າ: ຄາດໝາຍໃນການແຂ່ງຂັນຄັ້ງນີ້ ໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມ ໂດຍສະເພາະ ນັກກິລາ, ຄູຝຶກ ແລະ ກໍາມະການຕັດສິນ ໃຫ້ມີຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19, ໄດ້ສຸຂະພາບ ແລະ ການພັດທະນາສີມື, ເຊິ່ງການແຂ່ງຂັນຄັ້ງນີ້ ແມ່ນເປັນສ່ວນໜຶ່ງໃນເທດສະການ ງານສັບປະດາເກົາຫລີ (Korea Week), ການແຂ່ງຂັນຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຄືວັນທີ 1-2 ຕຸລາ 2022 ນີ້.
ພາບ: ໜັງສືພິມສຶກສາ-ກິລາລາຍວັນ