ຜົນການຈັບສະຫລາກ ຮອບແບ່ງກຸ່ມ ລະດູການໃໝ່ 2022-23 ໃນວັນທີ 25 ສິງຫາຜ່ານມາ ປະກົດວ່າ: ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 14 ສະໄໝ ງານບໍ່ໜັກ ຢູ່ກຸ່ມ F ຮ່ວມກຸ່ມກັບ ອາຣແບ ໄລຊິກ ຈາກເຢຍລະມັນ, ຊັກຕ້າ ໂດເນັດ ຈາກອູແກຣນ ແລະ ເຊວຕິກ ຈາກສະກັອດແລນ.
ຂະນະທີ່ ຫົງແດງ ລີເວີພູລ ຮອງແຊ້ມລະດູການຜ່ານມາ ຢູ່ກຸ່ມ A ຮ່ວມກັບ ອາແຈັກ ຈາກໂຮນລັງ, ນາໂປລີ ຈາກອີຕາລີ ແລະ ແຣນເຈີ ຈາກສະກັອດແລນ; ສ່ວນກຸ່ມທີ່ຖືກຍົກເປັນ Group of death ມີຫລາຍທີມແຂງແກ່ນຮ່ວມກັນຄື: ກຸ່ມ C ປະກອບມີ: ບາເຢິນ ມິວນິກ ຈາກເຢຍລະມັນ, ບາຣເຊໂລນ້າ ຈາກແອັສປາຍ, ອິນເຕີ ມິລານ ຈາກອີຕາລີ ແລະ ວິກຕໍເຣຍ ພິວເຊັ້ນ ຈາກສາທາລະນະລັດເຊັກ.
ສ່ວນກຸ່ມ B ປະກອບມີ: ປໍຣໂຕ້ ຈາກປັອກຕຸຍການ, ແອັດເລຕິໂກ້ ມາດຣິດ ຈາກແອັສປາຍ, ໄບເອີ ເລເວີຄູເຊັນ ຈາກເຢຍລະມັນ ແລະ ຄລັບບຣູດຈ໌ ຈາກແບນຊິກ; ກຸ່ມ D ມີ: ໄອແທັກ ແຟັງເຟີດ ຈາກເຢຍລະມັນ, ສະເປີ ຈາກອັງກິດ, ສະປອດຕິ້ງ ລິສບ້ອນ ຈາກປັອກຕຸຍການ ແລະ ໂອລິມປິກ ມາກເຊີຍ ຈາກຝຣັ່ງ.
ກຸ່ມ E ມີ: ເອຊີ ມິລານ ຈາກອີຕາລີ, ເຊວຊີ ຈາກອັງກິດ, ເຊົາບວກ ຈາກໂອຕຣິດ ແລະ ດີນາໂມ ຊາເກັບ ຈາກໂຄຣເອເຊຍ; ກຸ່ມ G ມີ: ແມນເຊັສເຕີ ຊິຕີ້ ຈາກອັງກິດ, ເຊບີຢ້າ ຈາກແອັສປາຍ, ໂບຣຸສເຊຍ ດັອດມຸນ ຈາກເຢຍລະມັນ ແລະ ເອຟຊີ ໂຄເປັນຮາເກັນ ຈາກເດັນມາກ; ກຸ່ມ H ປະກອບມີ: ປາຣີ ແຊັງແຊກແມັງ ຈາກຝຣັ່ງ, ຢູເວັນຕຸສ ຈາກອີຕາລີ, ເບັນຟີກ້າ ຈາກປັອກຕຸຍການ ແລະ ແມັກຄາບີ້ ໄຮຟາ ຈາກອິດສະຣາແອນ. ຮອບແບ່ງກຸ່ມນັດທຳອິດຈະແຂ່ງຂັນໃນວັນທີ 6–7 ກັນຍາ 2022.
Photo: UEFA Champions League