ສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ພ້ອມດ້ວຍສະມາຊິກ ແລະ ຜູ້ໃຫ້ການສະໜັບສະໜູນ ລວມ 84 ຄົນ ລົດ 28 ຄັນ ໄດ້ເດີນທາງເຖິງໂຮງຮຽນປະຖົມບ້ານຫ້ວຍຕ່າງ ເມືອງປາກລາຍ ແຂວງໄຊຍະບູລີ ໃນຕອນບ່າຍ ໃນວັນທີ 30 ກັນຍານີ້ ເພື່ອນຳເອົາອຸປະກອນການຮຽນ-ການສອນ ມາມອບໃຫ້ແກ່ໂຮງຮຽນດັ່ງກ່າວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະນຳຂອງເມືອງ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນ.
ຕາງໜ້າມອບໂດຍ ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ແລະ ກ່າວຮັບໂດຍ ທ່ານ ນາງ ຈັນເພັງ ສີບົວຄຳ ຄະນະປະຈຳພັກເມືອງປາຍລາຍ ຫົວໜ້າຫ້ອງການຄະນະໂຄສະນາເມືອງ, ພ້ອມດ້ວຍ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກລາຍ ແລະ ນາຍບ້ານຫ້ວຍຕ່າງ.
ການເດີນທາງມາມອບ ອຸປະກອນການຮຽນ-ການສອນ ຄັ້ງນີ້ ເພື່ອບິແບ່ງນໍ້າໃຈຊ່ວຍເຫລືອສັງຄົມ ກໍຄືນ້ອງນັກຮຽນ ແລະ ໂຮງຮຽນ ທີ່ຂາດເຂີນດ້ານອຸປະກອນການຮຽນ-ການສອນ ເຊິ່ງເຄື່ອງທີ່ຈະນໍາໄປມອບໃນຄັ້ງນີ້ ປະກອບມີ: ກະດານດຳ 5 ແຜ່ນ, ໂຕະ-ຕັ່ງຄູສອນ 4 ຊຸດ, ໂຕະ-ຕັ່ງນັກຮຽນ 30 ຊຸດ, ຕູ້ເອກະສານ 1 ຕູ້, ໄດດູນໍ້າ 1 ຊຸດ, ຖັງເກັບນໍ້າ 1 ຖັງ ລວມທັງປຶ້ມແບບຮຽນ ວິຊາພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ ພ້ອມກັນນີ້ ກໍມີວັດສະດຸ, ອຸປະກອນຈຳນວນໜຶ່ງ ເພື່ອຊ່ວຍປັບປຸງກໍ່ສ້າງໂຮງຮຽນສ່ວນໜຶ່ງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ລວມມູນຄ່າການຊ່ວຍເຫລືອຄັ້ງນີ້ 69 ລ້ານກວ່າກີບ.
ທຶນສະໜັບສະໜູນສ່ວນໜຶ່ງໃນການເດີນທາງມາມອບຄັ້ງນີ້ ແມ່ນມາຈາກການແຂ່ງຂັນອັອຟໂຣດ ເພື່ອນ້ອງນັກຮຽນ ຄັ້ງທີ 5 ໃນຕົ້ນເດືອນກໍລະກົດປີນີ້, ເຊິ່ງໄລຍະຜ່ານມາ ທາງສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ແມ່ນເຄີຍມາຊ່ວຍນ້ອງນັກຮຽນຢູ່ແຂວງໄຊຍະບູລີເຊັ່ນ: ເມືອງຊຽງຮອນ ແລະ ເມືອງໄຊຊະຖານ ລວມທັງບັນດາແຂວງຕ່າງໆໃນທົ່ວປະເທດ ເປັນຕົ້ນ ດ້ານການສຶກສາ, ການຕ້ານໄພໜາວ ແລະ ໄພນໍ້າຖ້ວມ.
ພາຍຫລັງ ສຳເລັດການມອບ-ຮັບ ຄະນະດັ່ງກ່າວ ຈະສືບຕໍ່ເດີນທາງໄປຢ້ຽມຢາມເລາະຊົມແຫລ່ງທ່ອງທ່ຽວທີ່ໂດ່ງດັງຂອງແຂວງຫລວງພະບາງ ແລະ ເມືອງວັງວຽງ ແຂວງວຽງຈັນ ເພື່ອຮ່ວມສົ່ງເສີມການທ່ອງທ່ຽວລາວ.
ສຳລັບແຜນການເຄື່ອນໄຫວໃນຕໍ່ໜ້າຂອງ ສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ແມ່ນຈະສືບຕໍ່ເຄື່ອນໄຫວຈັດກິດຈະກຳຕ່າງໆໃນການຊ່ວຍເຫລືອສັງຄົມ ລວມທັງຈັດການແຂ່ງຂັນກິລາອັອຟໂຣດ ທີ່ມ່ວນມັນ ຄຶກຄື້ນ ລະທຶກໃຈ ຕາມຄວາມຮຽກຮ້ອງຕ້ອງການຂອງມວນຊົນ ແລະ ຜູ້ເຂົ້າຮ່ວມ.
Photo: ສະຫະພັນກິລາອ໊ອບໂຣດ ນະຄອນຫຼວງວຽງຈັນ Lao Offroad, ຄົນມັກທ່ຽວ – Life is journey