ວັນທີ 30 ກັນຍາຜ່ານມາ, ທີ່ສູນວັດທະນາທຳ ຫວຽດນາມ ປະຈຳລາວ ສະຫະພັນກິລາແລ່ນ-ລານ ຄົນພິການແຫ່ງຊາດລາວ ໄດ້ສະຫລຸບຜົນງານການເຄື່ອນໄຫວໃນ 2 ປີຜ່ານມາ ແລະ ວາງແຜນພັດທະນາໃນ 3 ປີຕໍ່ໜ້າ 2023-2025 ພ້ອມກັບມອບເງິນລາງວັນໃຫ້ນັກກິລາທີ່ໄດ້ຫລຽນທອງ ໃນງານກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມ ຄັ້ງທີ 11 ທີ່ປະເທດອິນໂດເນເຊຍ.
ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ, ທີ່ປຶກສາສະຫະພັນກິລາແລ່ນ-ລານ ຄົນພິການແຫ່ງຊາດລາວ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກິລາແລ່ນ-ລານ ຄົນພິການແຫ່ງຊາດ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ສະຫະພັນແລ່ນ-ລານ ຄົນພິການແຫ່ງຊາດ ພາຍຫລັງສ້າງຕັ້ງຂຶ້ນໃນປີ 2018 ກໍໄດ້ເຂົ້າເປັນສະມາຊິກຂອງສະຫະພັນແລ່ນ-ລານ ຄົນພິການ ອາຊຽນ, ອາຊີ ແລະ ສາກົນ ໂດຍມີຄະນະບໍລິຫານງານ 11 ທ່ານ, ຍິງ 3 ທ່ານ, ມີຄູຝຶກອາສາສະໝັກຈາກຍີ່ປຸ່ນ 1 ທ່ານ, ຄູຝຶກລາວ 3 ທ່ານ, ຜູ້ຊ່ວຍນັກກິລາ 2 ທ່ານ, ນັກກິລາ 6 ຄົນ, ຍິງ 1 ຄົນ.
ໃນໄລຍະ 2 ປີຜ່ານມາ 2021-2022 ສະຫະພັນແລ່ນ-ລານ ຄົນພິການແຫ່ງຊາດລາວ ໄດ້ມີການເຄື່ອນໄຫວຫລາຍຢ່າງ ໃນການກໍ່ສ້າງ-ພັດທະນາບຸກຄະລາກອນຮອບດ້ານເຊັ່ນ: ກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ວິຊາການທີ່ກ່ຽວຂ້ອງ ໂດຍສະເພາະການສົ່ງຄະນະນັກກິລາຮ່ວມແຂ່ງຂັນລະດັບພາກພື້ນ ແລະ ສາກົນຄື: ການແຂ່ງຂັນຊິງແຊ້ມໂລກ, ພາຣາແລມປິກ, ເອຊຽນພາຣາເກມ ແລະ ອາຊຽນພາຣາເກມ ເຫັນວ່າ: ມີທ່າກ້າວທີ່ດີຂຶ້ນເລື້ອຍໆ, ນັກກິລາມີສະຖິຕິທີ່ດີຂຶ້ນ, ແລະ ມີຫລຽນລາງວັນໃນການແຂ່ງຂັນກິລາຄົນພິການອາຊຽນ ຫລື ພາຣາເກມ ຄັ້ງທີ 11 ທີ່ນະຄອນໂຊໂລ້ ປະເທດອິນໂດເນເຊຍ ໃນລະຫວ່າງທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ 2022 ຜ່ານມາ ໂດຍສາມາດຍາດໄດ້ 3 ຫລຽນທອງ ຈາກສອງອ້າຍນ້ອງ ທ້າວ ບຸນເພັດ ເທບທິດາ ນັກກິລາແລ່ນລານຄົນພິການທີມຊາດລາວ ໄດ້ 2 ຫລຽນທອງ ລາຍການແລ່ນ 200 ແມັດ ແລະ 400 ແມັດ, ທ້າວ ແກ່ນ ເທບທິດາ ລາຍການ ແລ່ນ 100 ແມັດ, ຂະນະທີ່ ນາງ ສຸລິພອນ ວົງດາລາ ພາດໂອກາດໄດ້ຫລຽນທອງ ຢ່າງໜ້າເສຍດາຍ ຍ້ອນຕອນຈະເຂົ້າເສັ້ນໄຊຫລົງປ່ອຍມືກັບຜູ້ຊ່ວຍ ແຕ່ສະຖິຕິເວລາຂອງນ້ອງ ສຸລິພອນ ຖືວ່າດີຫລາຍ.
ໂອກາດດັ່ງກ່າວ ສະຫະພັນກິລາແລ່ນ-ລານ ຄົນພິການແຫ່ງຊາດລາວ ໄດ້ມອບເງິນລາງວັນຊົມເຊີຍຜົນງານຄວາມທຸ້ມເທຂອງນັກກິລາຊຸດນີ້ ຈຳນວນ 15 ລ້ານກີບ ແລະ ມອບໃບກຽດຕິຄຸນໃຫ້ແກ່ ບໍລິສັດຫ້າງຮ້ານຕ່າງໆທີ່ໃຫ້ການສະໜັບສະໜູນສະຫະພັນ ກໍຄືຄະນະນັກກິລາຊຸດນີ້.
ສຳລັບແຜນການເຄື່ອນໄຫວໃນ 3 ປີຕໍ່ໜ້າ ປີ 2023-2025 ທາງສະຫະພັນຈະສືບຕໍ່ສ້າງແຜນພັດທະນາໃຫ້ກວ້າງຂວາງ ແລະ ຫລາກຫລາຍກວ່າເກົ່າ ທັງການເຄື່ອນໄຫວພາຍໃນ ແລະ ຕ່າງປະເທດ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດຂອງບຸກຄະລາກອນ, ສ້າງປຶ້ມຄູ່ມື, ຂໍ້ກຳນົດ, ກົດລະບຽບ ແລະ ກະຕິກາການແຂ່ງຂັນ ແລະ ສົ່ງຄະນະນັກກິລາເຂົ້າຮ່ວມແຂ່ງຂັນ ອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ ໃນເດືອນມິຖຸນາ ປີ 2023 ລວມທັງ ກິລາຄົນພິການອາຊີ ຫລື ເອຊຽນພາຣາເກມ ຄັ້ງທີ 4 ທີ່ຫາງໂຈວ່, ສປ ຈີນ ໃນທ້າຍເດືອນຕຸລາ ປີ 2023 ແລະ ພາຣາແລມປິກ ຄັ້ງທີ 17 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ.
Photo: Neung Liverpool