ສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ພ້ອມດ້ວຍສະມາຊິກ ແລະ ຜູ້ໃຫ້ການສະໜັບສະໜູນ ເດີນທາງໄປມອບອຸປະກອນການຮຽນ-ການສອນ ໃຫ້ແກ່ໂຮງຮຽນປະຖົມບ້ານຫ້ວຍຕ່າງ ເມືອງປາກລາຍ ແຂວງໄຊຍະບູລີ ໃນວັນທີ 30 ກັນຍານີ້ ນຳພາຄະນະໂດຍ ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ, ທັງນີ້ກໍເພື່ອບິແບ່ງນໍ້າໃຈຊ່ວຍເຫລືອນ້ອງນັກຮຽນ ຫລື ໂຮງຮຽນ ທີ່ຂາດເຂີນດ້ານອຸປະກອນການຮຽນ-ການສອນ ເຊິ່ງເຄື່ອງທີ່ຈະນໍາໄປມອບໃນຄັ້ງນີ້ ປະກອບມີ: ກະດານດຳ 5 ແຜ່ນ, ໂຕະ-ຕັ່ງຄູສອນ 4 ຊຸດ, ໂຕະ-ຕັ່ງນັກຮຽນ 30 ຊຸດ, ຕູ້ເອກະສານ 1 ຕູ້, ໄດດູນໍ້າ 1 ຊຸດ, ຖັງເກັບນໍ້າ 1 ຖັງ ລວມທັງປຶ້ມແບບຮຽນ ວິຊາພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ ພ້ອມກັນນີ້ ກໍໄດ້ວັດສະດຸ, ອຸປະກອນຈຳນວນໜຶ່ງ ເພື່ອຊ່ວຍປັບປຸງກໍ່ສ້າງໂຮງຮຽນສ່ວນໜຶ່ງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ລວມມູນຄ່າການຊ່ວຍເຫລືອຄັ້ງນີ້ 69 ລ້ານກວ່າກີບ.
ທ່ານ ວິຣະໄຊຄຳ ພິລາພັນເດຊ ໃຫ້ຮູ້ຕື່ມວ່າ: ທຶນສະໜັບສະໜູນສ່ວນໜຶ່ງໃນການເດີນທາງໄປມອບອຸປະກອນການຮຽນ-ການສອນຄັ້ງນີ້ ແມ່ນມາຈາກການແຂ່ງຂັນອັອຟໂຣດ ເພື່ອນ້ອງນັກຮຽນ ຄັ້ງທີ 5 ໃນຕົ້ນເດືອນກໍລະກົດປີນີ້, ໃນໄລຍະຜ່ານມາ ທາງສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ແມ່ນເຄີຍມາຊ່ວຍນ້ອງນັກຮຽນຢູ່ແຂວງໄຊຍະບູລີເຊັ່ນ: ເມືອງຊຽງຮອນ ແລະ ເມືອງໄຊຊະຖານ ລວມທັງບັນດາແຂວງຕ່າງໆໃນທົ່ວປະເທດ ດ້ານການສຶກສາ, ການຕ້ານໄພໜາວ ແລະ ໄພນໍ້າຖ້ວມ.
ຄະນະທີ່ຮ່ວມເດີນທາງໄປມອບອຸປະກອນການຮຽນ-ການສອນ ໃຫ້ແກ່ໂຮງຮຽນປະຖົມບ້ານຫ້ວຍຕ່າງ ເມືອງປາກລາຍ ແຂວງໄຊຍະບູລີ ເທື່ອນີ້ ມີທັງໝົດ 84 ຄົນ ລົດ 28 ຄັນ, ພາຍຫລັງ ສຳເລັດການມອບ-ຮັບ ຄະນະດັ່ງກ່າວ ຈະສືບຕໍ່ເດີນທາງໄປຢ້ຽມຢາມເລາະຊົມແຫລ່ງທ່ອງທ່ຽວທີ່ໂດ່ງດັງຂອງແຂວງຫລວງພະບາງ ແລະ ເມືອງວັງວຽງ ແຂວງວຽງຈັນ ເພື່ອຮ່ວມສົ່ງເສີມການທ່ອງທ່ຽວລາວ.
ສຳລັບແຜນການເຄື່ອນໄຫວໃນຕໍ່ໜ້າຂອງ ສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ຈະສືບຕໍ່ຈັດກິດຈະກຳຕ່າງໆໃນການຊ່ວຍເຫລືອສັງຄົມ ລວມທັງຈັດການແຂ່ງຂັນກິລາອັອຟໂຣດ ທີ່ຄຶກຄື້ນ ມ່ວນມັນ ລະທຶກໃຈ ປະທັບໃຈມວນຊົນ ແລະ ຜູ້ເຂົ້າຮ່ວມ.