ໄທ ແຊ້ມອາຊຽນ ສະເໝີກັບ ຄູເວດ ເຈົ້າພາບ ແບບມ່ວນມັນ 2-2 ຟຸດຊໍລຊາຍ ຊິງແຊ້ມອາຊີ 2022

ການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ທີ່ປະເທດຄູເວດ ເປັນເຈົ້າພາບ ການແຂ່ງຂັນນັດທີ 2 ຂອງກຸ່ມ A ແລະ B, ກຸ່ມ A ທີມຊາດໄທ ແຊ້ມອາຊຽນ ອັນດັບ 3 ຂອງອາຊີ ສະເໝີກັບ ຄູເວດ ເຈົ້າພາບ ອັນດັບ 9 ຂອງອາຊີ ແບບມ່ວນມັນ 2-2, ຂະນະທີ່ ທີມຊາດອີຣັກ ອັນດັບ 8 ຂອງທະວີບ ຖະຫລົ່ມ ໂອມານ 5-0.

ຜ່ານໄປ 2 ນັດ, ຄູເວດ ແລະ ໄທ ມີ 4 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍຂອງ ຄູເວດ ດີກວ່າ 4 ໜ່ວຍ, ຂະນະທີ່ ອີຣັກ ມີ 3 ຄະແນນ ແລະ ໂອມານ ບໍ່ມີຄະແນນ, ນັດສຸດທ້າຍຂອງກຸ່ມ ໄທ ພົບ ໂອມານ, ຄູເວດ ພົບ ອີຣັກ ຈະແຂ່ງຂັນວັນທີ 1 ຕຸລານີ້.

ສ່ວນ ກຸ່ມ B ນັດທີ 2 ອຸສເບກິສຖານ ອັນດັບ 4 ຂອງອາຊີ ອະດີດຮອງແຊ້ມ 4 ສະໄໝ ຜົນງານດີຕ່ໍເນື່ອງ ຊະນະ ທາຈີກິສຖານ 3-2 ແລະ ຕວກເມນິສຖານ ສະເໝີກັບ ບາເຣນ 4-4.

ຜ່ານໄປ 2 ນັດ ອຸສເບກິສຖານ ມີ 6 ຄະແນນເຕັມ ເຂົ້າຮອບ 8 ທີມສຸດທ້າຍ ເປັນທີມທຳອິດ, ທາຈີກິສຖານ ມີ 3 ຄະແນນ, ບາເຣນ ແລະ ຕວກເມນິສຖານ ມີ 1 ຄະແນນເທົ່າກັນ, ນັດສຸດທ້າຍຂອງກຸ່ມ ອຸສເບກິສຖານ ພົບ ບາເຣນ, ທາຈີກິສຖານ ພົບ ຕວກເມນິສຖານ ຈະແຂ່ງຂັນວັນທີ 1 ຕຸລານີ້.

Photo: AFC

Leave a Reply

Your email address will not be published. Required fields are marked *