ຈອນ ໂອບີ ມິເກວ ອະດີດກອງກາງເຊວຊີ ປະກາດອຳລາອາຊີບ ໃນໄວ 35 ປີ

ຈອນ ໂອບີ ມິເກວ ອະດີດກອງກາງທີມຊາດໄນຈີເຣຍ (ນິເຊຣີ) ທັງເປັນອະດີດກອງກາງສະໂມສອນ ເຊວຊີ ໄດ້ປະກາດອຳລາອາຊີບຢ່າງເປັນທາງການໃນວັນທີ 27 ກັນຍາຜ່ານມາ ໃນໄວ 35 ປີ ພາຍຫລັງຍຶດອາຊີບນີ້ມາ 18 ປີ ກັບ 7 ສະໂມສອນໃນປະເທດນໍຣເວ (ນອກແວ), ອັງກິດ, ສປ ຈີນ, ຕູຣາເຄຍ ແລະ ຄູເວດ, ເດັ່ນສຸດກັບທັບສິງຟ້າ ເຊວຊີ ໃນລະຫວ່າງປີ 2006–2017 ລົງຫລິ້ນ 372 ນັດ ຍິງ 6 ປະຕູ, ຊ່ວຍ ເຊວຊີ ໄດ້ແຊ້ມ ພຣີເມ່ຍລີກ 2 ສະໄໝ, ເອຟເອຄັບ 3 ສະໄໝ, ລີກຄັບ, ຄອມມູນີຕີ້ຊິວ, ຢູຟ້າ ແຊ້ມປ້ຽນລີກ ແລະ ຢູໂຣປ້າລີກ ຢ່າງລະ 1 ສະໄໝ.

ໄປຢູ່ກັບສະໂມສອນ ທຣັບຊອນສະປໍຣ ໃນລີກສູງສຸດຂອງຕູຣາເຄຍ ກໍໄດ້ແຊ້ມ ເຕີກິສ ຄັບ 1 ສະໄໝ, ໃນນາມທີມຊາດໄນຈີເຣຍ (ນິເຊຣີ) ຕິດທີມມາແຕ່ປີ 2005–2019 ຊ່ວຍທັບພະຍາອິນຊີ 97 ນັດ ໄດ້ແຊ້ມທະວີບອາຟຣິກາ (Africa Cup of Nations) 1 ສະໄໝ, ທີສາມອີກ 3 ສະໄໝ ພ້ອມກັນນີ້ ກໍພາທີມໄດ້ຫລຽນທອງ ໂອແລມປິກເກມ ປີ 2016.

Photo: Chelsea FC

Leave a Reply

Your email address will not be published. Required fields are marked *