23 ຂຸນພົນໝາກເຜັດຂີ່ໜູ U17 ປີ ທີມຊາດລາວ ຊຸດເຂົ້າຮ່ວມການແຂ່ງຂັນຮອບຄັດເລືອກ U17 ຊີງແຊ້ມອາຊີ 2023 ລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ທີ່ປະເທດ ກຽກກີສະຖານ Kyrgyz Republic, ທີມຊຸດນີ້ ຄຸມທີມຂອງທ່ານ ກັນລະຍາ ສີສົມຫວັງ ອະດີດກອງກາງທີມຊາດລາວ, ໂດຍໄດ້ເຂົ້າສູນເກັບຕົວຝຶກຊ້ອມ ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ ຊຶ່ງໃນເບື້ອງຕົ້ນມີນັກກິລາຈໍານວນ 35 ຄົນ ທີ່ມາຈາກຫຼາຍສະໂມສອນເຂົ້າຮ່ວມຝຶກຊ້ອມ, ພ້ອມດຽວກັນນັ້ນກໍ່ໄດ້ມີເກມອຸ່ນເຄື່ອງກັບສະໂມສອນ ໜອງບົວ ພິສະຍະ ປະເທດໄທ.
ສຳລັບ 23 ນັກເຕະປະກອບມີ:
+ ຜູ້ຮັກສາປະຕູ: ສຸກສະຫມອນ ເວທິຕະ ຈາກ ສະໂມສອນ ຫຼວງພະບາງ, ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ຈໍາປາສັກ ແລະ ຈັນທະວີສຸກ ໜູວໍລະວົງ ຈາກ ແຂວງສະຫວັນນະເຂດ.
+ ກອງຫລັງ: ໄຊຍະສຸກ ແກ້ວວິສອນ, ຂຸນວັງ ສູນດາລາ, ອະລິຍະກອນ ຟອງສະຫວັນ ຈາກ ສະໂມສອນ ເອສະຣາ, ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ຊ້າງນ້ອຍ, ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ຈໍາປາສັກ ແລະ ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ.
+ ກອງກາງ: ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ນົນທະບູລີ ປະເທດໄທ, ຄູນທະວີ ທອງມະນີ ຈາກ ສະໂມສອນ ຊ້າງນ້ອຍ, ສີສະຫວາດ ແກ້ວມຸງຄຸນ, ບິ່ນລີ້ ໂດນສະໜູພິດ ຈາກ ສະໂມສອນ ເອສະຣາ, ໄຊມັງກອນ ປ່ຽມມະໄລ ຈາກ ສໂມສອນ ສາລະວັນ, ສົງການ ລິຍະສັກ ຈາກ ແຂວງອຸດົມໄຊ, ນາຄົມ ສຸລິຍະວົງ ຈາກ ສະໂມສອນ ວຽງຈັນ ຢູໄນເຕັດ, ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ຈຳປາສັກ, ເກດສະດາ ເດດກຸມມານ ຈາກ ສະໂມສອນ ກອງທັບ ແລະ ພູສົມບູນ ປັນຍາວົງ ຈາກ ສະໂມສອນ ວຽງຈັນ ເອັຟທີ.
+ ກອງຫນ້າ: ປີເຕີ້ ພັນທະວົງ, ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ເອສະຣາ, ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ຫຼວງພະບາງ ແລະ ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ພົບກັບ ອີຣ່ານ ວັນທີ 5 ຕຸລາ 2022 ເວລາ 15:00 ໂມງ, ທີມຊາດລາວ ພົບກັບ ຮົງກົງ ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ, ທີມຊາດລາວ ພົບກັບ ກຽກກີສະຖານ ເຈົ້າພາບ ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ, ໂດຍທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek
Photo: LFF