ຄູຝຶກ ຈຳປາສັກ ແຊ້ມເກົ່າ ຕັ້ງເປົ້າປ້ອງກັນແຊ້ມ! ເຕະບານຊາຍ ຊິງແຊ້ມ ທົ່ວປະເທດ 2022

ສຸກຈິນດາ ນັດຜາສຸກ ອະດີດກອງໜ້າທີມຊາດລາວ, ຄູຝຶກທີມບານເຕະ ແຂວງຈຳປາສັກ ວາງເປົ້າປ້ອງກັນແຊ້ມ ການແຂ່ງຂັນເຕະບານຊາຍ ຊິງແຊ້ມ ທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022, ປະຈຸບັນ ທັບເສືອໃຕ້ ຈຳປາສັກ ແມ່ນກຳລັງຄັດຕົວນັກກິລາ  ໂດຍນັກກິລາທີ່ມາຮ່ວມຄັດຕົວຄັ້ງນີ້ ມາຈາກການແຂ່ງຂັນລີກ 2 ຂອງແຂວງ ລວມທັງ ເຍົາວະຊົນ U15 ແລະ U18 ຂອງແຂວງ ທີ່ຜົນງານດີ ໃນການແຂ່ງຂັນລະດັບປະເທດ ໄດ້ແຊ້ມ ແລະ ຮອງແຊ້ມ ເມື່ອທ້າຍເດືອນສິງຫາຜ່ານມາ, ສ່ວນນັກກິລາເກົ່າ ທີ່ເຫລືອຈາກຊຸດແຊ້ມເມື່ອປີ 2020 ແມ່ນມີພຽງ 1 ຄົນ ເຊິ່ງຖືກເລືອກເປັນກັບຕັນທີມ ຫລື ຫົວໜ້າທີມຊຸດນີ້.

ທັບເສືອໃຕ້ ຈຳປາສັກ ຊຸດນີ້ ທຳການຄັດຕົວນັກກິລາ ແລະ ຈະເກັບຕົວຝຶກຊ້ອມທີ່ສະໜາມກິລາກາງຂອງແຂວງ ກ່ອນເດີນທາງໄປແຂ່ງຂັນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 12 ພະຈິກ 2022 ເຊິ່ງ ຈຳປາສັກ ແຊ້ມເກົ່າ ຈັບສະຫລາກຢູ່ ສາຍ ຄ ຮ່ວມກັບ ແຂວງຫລວງພະບາງ ເມືອງມໍລະດົກໂລກ ຮອງແຊ້ມ ຄັ້ງຜ່ານມາ ລວມທັງ ທັບໄດໂນເສົາ ແຂວງສະຫວັນນະເຂດ ແລະ ແຂວງຫົວພັນ ຖືວ່າເປັນສາຍທີ່ແຂງທີ່ສຸດ ເຊິ່ງ ສຸກຈິນດາ ນັດຜາສຸກ ກໍຍອມຮັບວ່າ: ຄູ່ຕໍ່ສູ້ໃນກຸ່ມດຽວກັນ ລ້ວນແລ້ວແຕ່ເປັນທີມທີ່ມີປະສົບການ ແລະ ມີຄວາມແຂງແກ່ນ, ແຕ່ຈະພະຍາຍາມສູ້ຊົນພາທີມພິຊິດເປົ້າໝາຍໃຫ້ໄດ້.

ການແຂ່ງຂັນເຕະບານຊາຍ ຊິງແຊ້ມ ທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ກຳນົດ ບໍ່ອະນຸຍາດໃຫ້ນັກກິລາທີ່ລົງຫລິ້ນລາວລີກ 1 ປີ 2022 ລົງແຂ່ງຂັນ ລວມທັງ ທີມຊາດ ຮຸ່ນອາຍຸບໍ່ເກີນ 17 ປີ ຂຶ້ນໄປ, ເຊິ່ງການແຂ່ງຂັນເຕະບານຊາຍເທື່ອນີ້ ມີ 16 ທີມ ເຂົ້າຮ່ວມ ແບ່ງອອກເປັນ 4 ສາຍ, ສາຍລະ 4 ທີມ ຮູບແບບການແຂ່ງຂັນພົບກັນໝົດໃນສາຍແບບຮອບດຽວ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.

ສຳລັບ ລາງວັນຊະນະເລີດ ທີມແຊ້ມຍິງ-ຊາຍ ຄັ້ງນີ້ ຈະໄດ້ຮັບ ຂັນແຊ້ມ ພ້ອມເງິນລາງວັນ 100 ລ້ານກີບ, ສ່ວນຮອງແຊ້ມ ໄດ້ຮັບເງິນລາງວັນ 50 ລ້ານກີບ, ໂດຍ ສຕລ ຈະຮັບຜິດຊອບຄ່າເດີນທາງ, ທີ່ພັກ, ອັດຕາກິນ ແລະ ສະຖານທີ່ຝຶກຊ້ອມໃນໄລຍະແຂ່ງຂັນ.

ການແຂ່ງຂັນເຕະບານລາຍການນີ້ ມີຜົນຕອບຮັບເປັນຢ່າງດີ ແລະ ໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຫລວງຫລາຍ ໃນການແຂ່ງຂັນຄັ້ງຜ່ານມາ ໂດຍສະເພາະທີມຊາຍ ຊິງຂັນວັນຊາດ 45 ປີ ມີຜູ້ຊົມໃນຮອບຊິງຊະນະເລີດລົ້ນສະໜາມກິລາແຫ່ງຊາດ ຫລັກ 16 ລວມທັງການຕິດຕາມການຖ່າຍທອດສົດ ແລະ ສື່ອອນລາຍຕ່າງໆຫລາຍລ້ານຄັ້ງ.

ພາບ: LaoFF

Leave a Reply

Your email address will not be published. Required fields are marked *