ທີມຍິງ ອາຣເຊນໍລ ບຸກຊະນະ ອາແຈັກ ຫວຸດວິດ 1-0 ຜ່ານການຄັດເລືອກ ຮອບ 2 ສູ່ຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ 2022-23

ເຕະບານທີມຍິງຂອງທັບປືນໃຫຍ່ ອາຣເຊນໍລ ຮອງແຊ້ມລີກສູງສຸດຂອງອັງກິດ ບຸກຊະນະ ອາແຈັກ ຮອງແຊ້ມລີກສູງສຸດເພດຍິງຂອງເນເທີແລນ (ໂຮນລັງ) ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ວີວຽນເນ່ ເມເດີມ້າ ສູນໜ້າທີມຊາດໂຮນລັງ ນາທີ 51‘ ລວມຜົນສອງນັດ ອາຣເຊນໍລ ຊະນະ ອາແຈັກ 3-2 ຜ່ານການຄັດເລືອກ ຮອບ 2 ສູ່ຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ ລະດູການ 2022-23.

ຜົນງານຂອງທີມຍິງ ອາຣເຊນໍລ ໃນການເຂົ້າຮ່ວມ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ ເຄີຍເປັນແຊ້ມລະດູການ 2006–07 ສ່ວນລະດູການຜ່ານມາ ຕົກຮອບ 8 ທີມສຸດທ້າຍ, ອາຣເຊນໍລ ເປັນທີມທີສອງຂອງອັງກິດ ເຂົ້າສູ່ຮອບແບ່ງກຸ່ມ ຕໍ່ຈາກ ເຊວຊີ ທີມແຊ້ມ Women’s Super League ອັງກິດ.

Photo: UEFA Women’s Champions League

Leave a Reply

Your email address will not be published. Required fields are marked *