ມາກ ວິນລ້ຽມສ໌ ນັກສະນຸກເກີ ມື 8 ຂອງໂລກ ຊາວເວວ ແຊ້ມໂລກ 3 ສະໄໝ ພາດທ່າຕົກຮອບທຳອິດ ການແຂ່ງຂັນສະນຸກເກີ British Open 2022 ທີ່ສັງວຽນ ມາຣເຊວ ອາຣີນ້າ ປະເທດອັງກິດ ໃນອາທິດນີ້ ມາກ ວິນລ້ຽມສ໌ແຊ້ມເກົ່າ ເສຍໃຫ້ ເບັນ ວູລັສຕັນ ຈາກເຈົ້າພາບອັງກິດ ມື 44 ຂອງໂລກ 1-4 ເຟຣມ, ຫລ້າສຸດ ເບັນ ວູລັສຕັນ ເຂົ້າໄປເຖິງຮອບທີ 3 ຫລື ຮອບ 8 ຄົນສຸດທ້າຍ.
ຂະນະທີ່ ມາກ ເຊວບີ້ ມື 3 ຂອງໂລກຈາກເຈົ້າພາບ ກໍສາມາດຜ່ານເຂົ້າຮອບ 8 ຄົນສຸດທ້າຍ ເຊັ່ນດຽວກັບ ແຈັກ ລີຊັອຟສະກີ້ ມື 12 ຂອງໂລກ ອີກໜຶ່ງນັກກິລາຈາກເຈົ້າພາບ, ສ່ວນ ຣອນນີ້ ໂອຊຸນລີແວນ ມື 1 ຂອງໂລກ ຕົກຮອບທຳອິດ, ຈັດທຣຳ ແລະ ຕິງຈຸນຮຸຍ ກຳລັງແຂ່ງຮອບທີ 2.
Photo: World Snooker Tour