ການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ທີ່ປະເທດຄູເວດ ເປັນເຈົ້າພາບ ການແຂ່ງຂັນນັດທີ 1 ຂອງກຸ່ມ C ທີມຊາດອີຣານ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 12 ສະໄໝ ເບີ 1 ຂອງທະວີບ ຟອມຍັງພົ້ນເດັ່ນຕໍ່ເນື່ອງ ເອົາຊະນະ ອິນໂດເນເຊຍ ອັນດັບ 6 ຂອງທະວີບ ຮອງແຊ້ມອາຊຽນ ຄັ້ງຫລ້າສຸດ 5-0.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເລບານອນ ສະເໝີ ໄຕ້ຫວັນ 1-1, ນັດຕໍ່ໄປ ອິນໂດເນເຊຍ ພົບ ເລບານອນ ແລະ ໄຕ້ຫວັນ ພົບ ອີຣານ ຈະແຂ່ງຂັນໃນວັນທີ 30 ກັນຍານີ້.
Photo: AFC