ທັບດາວຄຳ ທີມຊາດຫວຽດນາມ ອັນດັບທີ 7 ຂອງອາຊີ ໂຊຟອມເດັ່ນ ເອົາຊະນະ ທັບໂສມຂາວ ທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) ອັນດັບ 15 ຂອງອາຊີ 5-1 ການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ທີ່ປະເທດຄູເວດ ເປັນເຈົ້າພາບ ການແຂ່ງຂັນນັດທີ 1 ຂອງກຸ່ມ D.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທັບຊາມູໄຣ ທີມຊາດຍີ່ປຸ່ນ ແຊ້ມ 3 ສະໄໝ ເປັນຮອງແຊ້ມຄັ້ງຜ່ານມາ ແລະ ເປັນເບີ 2 ຂອງທະວີບ ຖືກ ຊາອຸດິອາຣາເບຍ ອັນດັບ 17 ຂອງທະວີບ ແຊງຊະນະ 2-1. ນັດຕໍ່ໄປ ສາທາລະນະລັດເກົາຫລີ ພົບ ຍີ່ປຸ່ນ ແລະ ຊາອຸດິອາຣາເບຍ ພົບກັບ ຫວຽດນາມ ວັນທີ 30 ກັນຍານີ້.
Photo: AFC