ຟາບ້ຽນ ເດວ ອະດີດກອງກາງ ແອັສຕັນ ວິນລ້າ ແລະ ແມນເຊັສເຕີ ຊິຕີ້ ປະກາດອຳລາອາຊີບ!

ຟາບ້ຽນ ເດວ ອະດີດກອງກາງທີມຊາດອັງກິດ, ສະໂມສອນ ແອັສຕັນ ວິນລ້າ ແລະ ແມນເຊັສເຕີ ຊິຕີ້ ປະກາດອຳລາອາຊີບຢ່າງເປັນທາງການ ໃນໄວພຽງ 32 ປີ ໃນວັນທີ 27 ກັນຍາຜ່ານມາ ກັບສະໂມສອນ ເອຟເວີຕັນ. ເດວ ຫາກໍໝົດສັນຍາກັບ ເດີ ທັອຟຟີ້ ປະມານໜຶ່ງເດືອນ ແລະ ຍັງຫາສັງກັດໃໝ່ບໍ່ໄດ້ ຈຶ່ງຕັດສິນໃຈປະກາດອຳລາອາຊີບ, ອີກຢ່າງໜຶ່ງ ເດວ ກໍປະສົບກັບບັນຫາອາການບາດເຈັບລົບກວນມາຢ່າງຕໍ່ເນື່ອງ.

ຟາບ້ຽນ ເດວ ເຕີບໂຕມາຈາກອາຄາເດມີ້ຂອງ ລີດ ຢູໄນເຕັດ ໃນລະຫວ່າງປີ 2001–2006 ແລະ ຂຶ້ນທີມຊຸດໃຫຍ່ ປີ 2006–2009 ແລ້ວຍ້າຍໄປ ແອັສຕັນ ວິນລ້າ 2009–2015 ຈາກນັ້ນໄປຢູ່ກັບ ແມນເຊັສເຕີ ຊິຕີ້ ປີ 2015–2019 ແລະ ປິດທ້າຍອາຊີບກັບ ເອຟເວີຕັນ ປີ 2019–2022 ໄດ້ລົງຫລິ້ນທັງໝົດ 323 ນັດ ຍິງ 19 ປະຕູ, ຊ່ວຍ ແມນຊິຕີ້ ໄດ້ແຊ້ມ ພຣີເມ່ຍລີກ 2 ສະໄໝ, ຊ່ວຍ ແອັສຕັນ ວິນລ້າ ໄດ້ຮອງແຊ້ມ ເອຟເອຄັບ ແລະ ລີກຄັບ ຢ່າງລະໜຶ່ງສະໄໝ. ໃນນາມທີມຊາດອັງກິດ ຕິດທີມຊຸດໃຫຍ່ ປີ 2014–2019 ຮັບໃຊ້ທີມ 20 ນັດ ຊ່ວຍອັງກິດ ໄດ້ອັນດັບສາມ ຢູຟ້າ ເນຊັ່ນລີກ ລະດູການ 2018–19.

Leave a Reply

Your email address will not be published. Required fields are marked *