ການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ທີ່ປະເທດຄູເວດ ເປັນເຈົ້າພາບ ການແຂ່ງຂັນນັດທີ 1 ຂອງກຸ່ມ A ແລະ B, ກຸ່ມ A ທີມຊາດໄທ ແຊ້ມອາຊຽນ ອັນດັບ 3 ຂອງອາຊີ ພິກແຊງຊະນະ ທີມຊາດອີຣັກ ອັນດັບ 8 ຂອງທະວີບ ແບບສຸດມັນ 3-2, ຂະນະທີ່ ຄູເວດ ເຈົ້າພາບ ອັນດັບ 9 ຂອງອາຊີ ຖະຫລົ່ມ ໂອມານ 7-2.
ກຸ່ມ B ນັດທີ 1 ອຸສເບກິສຖານ ອັນດັບ 4 ຂອງອາຊີ ອະດີດຮອງແຊ້ມ 4 ສະໄໝ ຖະຫລົ່ມ ຕວກເມນິສຖານ ອັນດັບ 13 ຂອງທະວີບ 8-0 ສ່ວນ ບາເຣນ ເສຍໃຫ້ ທາຈີກິສຖານ 3-4. ນັດທີສອງ ຂອງກຸ່ມ A ແລະ B ຈະແຂ່ງຂັນໃນວັນທີ 29 ກັນຍານີ້.
ສຳລັບການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ມີ 16 ທີມທີ່ຜ່ານການຄັດເລືອກເຂົ້າຮ່ວມ ແບ່ງເປັນ 4 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.
ກຸ່ມ A ປະກອບມີ: ໄທ, ອີຣັກ, ໂອມານ ແລະ ຄູເວດ ເຈົ້າພາບ, ກຸ່ມ B ມີ: ອຸສເບກິສຖານ, ຕວກເມນິສຖານ, ບາເຣນ ແລະ ທາຈີກິສຖານ, ກຸ່ມ C ມີ: ອີຣານ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 12 ສະໄໝ, ເລບານອນ, ໄຕ້ຫວັນ ແລະ ອິນໂດເນເຊຍ, ກຸ່ມ D ມີ: ຍີ່ປຸ່ນ ແຊ້ມ 3 ສະໄໝ ເປັນຮອງແຊ້ມຄັ້ງຜ່ານມາ, ຫວຽດນາມ, ສາທາລະນະລັດເກົາຫລິ ແລະ ຊາອຸດິອາຣາເບຍ.
Photo: AFC