ຊອນເຮືອງມິນ ຍິງປະຕູໄຊ! ຊ່ວຍທັບໂສມຂາວ ຊະນະ ກາເມີຣູນ 1-0

ຊອນເຮືອງມິນ ສູນໜ້າຈາກ ທັອດແນ່ມ ຮັອດສະເປີ ຟອມດີຕໍ່ເນື່ອງ ຫລ້າສຸດຍິງປະຕູໄຊ ຊ່ວຍທັບໂສມຂາວ ທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) ເປີດບ້ານເອົາຊະນະ ທີມຊາດກາເມີຣູນ 1-0 ເມື່ອວັນທີ 27 ກັນຍາຜ່ານມາ 1-0 ກາຍເປັນປະຕູທີ 35 ຈາກ 104 ນັດກັບທີມຊາດ.

ນັດກ່ອນໜ້ານີ້ ຊອນນີ້ ຊັດຟຣີຄິກສຸດງາມ ຊ່ວຍທີມຊາດສາທາລະນະລັດເກົາຫລີ ເປີດບ້ານໄລ່ຕີສະເໝີ ທີມຊາດຄັອສຕາຣິກ້າ 2-2 ໃນວັນທີ 23 ກັນຍາຜ່ານມາ.

ຜົນຄູ່ອື່ນທີ່ໜ້າສົນໃຈ: ຍີ່ປຸ່ນ ສະເໝີກັບ ເອກົວດໍຣ 0-0, ເຊເນການ ສະເໝີກັບ ອີຣານ 1-1, ເບຣຊິນ ຊະນະ ຕູນີຊີ້ 5-1, ການາດ້າ ເສຍໃຫ້ ອູຣູໄກວ 0-2, ກາຕ້າ ສະເໝີກັບ ຊິເລ່ 2-2, ຊາອຸດິ ອາຣາເບຍ ສະເໝີກັບ ສະຫະລັດ ອາເມຣິກາ 0-0, ເມັກຊິໂກ້ ເສຍໃຫ້ ໂຄໂລມບີ້ 2-3 ແລະ ຫວຽດນາມ ຊະນະ ອິນເດຍ 3-0.

Photo: 대한민국 축구 국가대표팀 – Korea Football Team

Leave a Reply

Your email address will not be published. Required fields are marked *