ສະກາໂລນີ້ ຄູຝຶກທີມຊາດອາເຈນຕິນ້າ ຕົກລົງຕໍ່ສັນຍາຄຸມທີມເຖິງ ປີ 2026 ພາຍຫລັງພາທີມສ້າງສະຖິຕິບໍ່ເສຍ 35 ນັດຕິດຕໍ່ກັນ

ລີໂອເນວ ສະກາໂລນີ້ ຄູຝຶກໜຸ່ມໄຟແຮງ ໄວ 44 ປີ ຕົກລົງຕໍ່ສັນຍາຄຸມທີມຊາດອາເຈນຕິນ້າ (ອາກຊັງຕິນ) ຈົນໄປເຖິງ ປີ 2026 ຈາກການຢືນຢັນຂອງ ເຄົາດີໂອ ຕາເປຍ ປະທານສະມາຄົມບານເຕະອາກຊັງຕິນ, ສະກາໂລນີ້ ກຳລັງພາທັບຟ້າຂາວອາກຊັງຕິນຟອມດີຕໍ່ເນື່ອງ ສ້າງສະຖິຕິບໍ່ເສຍ 35 ນັດຕິດຕໍ່ກັນ ທຽບເທົ່າກັບສະຖິຕິຂອງທີມຊາດແອັສປາຍ ແລະ ທີມຊາດເບຣຊິນ ແຕ່ຍັງເປັນຮອງສະຖິຕິສູງສຸດຂອງ ທີມຊາດອີຕາລິ ທີ່ສ້າງໄວ້ 37 ນັດ.

ສະກາໂລນີ້ ອະດີດປີກທີມຊາດອາກຊັງຕິນ ເຂົ້າມາຄຸມທັບຟ້າຂາວ ໃນປີ 2018 ແທນ ຈໍຣເກ້ ຊາມເປົາລີ້ ພາທີມຄອງແຊ້ມ ໂຄປ້າ ອາເມຣິກາ ຄັ້ງທຳອິດໃນຮອບ 34 ປີ ແລະ ໄດ້ແຊ້ມ Finalissima 2022 ລວມແລ້ວຄຸມທີມທັງໝົດ 49 ນັດ ຊະນະ 33 ສະເໝີ 12 ເສຍ 4 ນັດ, ຍິງ 96 ປະຕູ ເສຍ 26 ປະຕູ ສະເລ່ຍໂອກາດຊະນະຕໍ່ນັດ 67.35%.

ອາກຊັງຕິນ ຖືກຍົກເປັນໜຶ່ງໃນທີມເຕັງແຊ້ມ ບານໂລກ 2022 ທີ່ກາຕ້າ ໂດຍຢູ່ກຸ່ມ C ຮ່ວມກັບ ທີມຊາດເມັກຊິໂກ້, ໂປແລນ (ໂປໂລຍ) ແລະ ຊາອຸດິອາຣາເບຍ.

Photo: AFA – Selección Argentina

Leave a Reply

Your email address will not be published. Required fields are marked *