ເມັສຊີ້ ຊັດສອງປະຕູ 2 ນັດຕິດຕໍ່ກັນ ຊ່ວຍທີມຊາດອາເຈນຕິນ້າ ຊະນະ ຈາໄມກ້າ 3-0

ລີໂອເນວ ເມັສຊີ້ ສູນໜ້າຈາກສະໂມສອນ ປາຣີ ແຊັງແຊກແມັງ ຍິງສອງປະຕູ 2 ນັດຕິດຕໍ່ກັນ ຫລ້າສຸດຊ່ວຍທີມຊາດອາເຈນຕິນ້າ (ອາກຊັງຕິນ) ເອົາຊະນະ ທີມຊາດຈາໄມກ້າ 3-0 ໃນເຊົ້າວັນທີ 28 ກັນຍານີ້ ເຊິ່ງນັດນີ້ ເມັສຊີ້ ເປັນຕົວສຳຮອງ ລົງມາຍິງສອງປະຕູນາທີ 86′, 89′ ພາຍຫລັງທີມນຳ 1-0 ຕັ້ງແຕ່ນາທີ 13′.

ນັດກ່ອນໜ້ານີ້ ເມື່ອວັນ 24 ກັນຍາຜ່ານມາ ເມັສຊີ້ ກໍຍິງສອງໜ່ວຍ ພາທີມຊາດອາກຊັງຕິນ ຊະນະ ຮົງດູຣັສ 3-0 ປະຈຸບັນ ເມັສຊີ້ ຍິງປະຕູໃຫ້ທີມຊາດອາກຊັງຕິນຫລາຍສຸດ ລວມ 90 ປະຕູ ຈາກ 165 ນັດ, ເພີ່ມສະຖິຕິຍິງປະຕູຫລາຍສຸດໃນຂົງເຂດອາເມຣິກາໃຕ້, ຂະນະນີ້ ທີມຊາດອາກຊັງຕິນ ຟອມດີຕໍ່ເນື່ອງ ຍັງບໍ່ເສຍໃນ 35 ນັດຫລັງສຸດ ໃນນີ້ ຊະນະ 25 ສະເໝີ 10.

Photo: AFA – Selección Argentina

Leave a Reply

Your email address will not be published. Required fields are marked *