ສະຫລຸບທີມເລື່ອນຊັ້ນ ແລະ ຕົກຊັ້ນ ຢູຟ້າ ເນຊັ່ນລີກ ລະດູການ 2022-23

ການແຂ່ງຂັນເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ໄດ້ສຳເລັດການແຂ່ງຂັນ ວັນທີ 27 ກັນຍາ 2022, ເຊິ່ງລະດູການນີ້ ມີ 55 ທີມເຂົ້າຮ່ວມ ແບ່ງເປັນ ລີກ A, B, C ແລະ D.

ລີກ A 4 ທີມ ເຂົ້າຮອບສຸດທ້າຍ ປະກອບມີ: ທີມຊາດແອັສປາຍ, ອີຕາລີ, ເນເທີແລນ (ໂຮນລັງ) ແລະ ໂຄຣເອເຊຍ ຈະຈັບສະຫລາກຈັບຄູ່ແຂ່ງຂັນໃນມໍ່ໆນີ້, ສ່ວນ 4 ທີມຕົກຊັ້ນ ປະກອບມີ: ທີມຊາດອັງກິດ, ສາທາລະນະລັດເຊັກ, ອັອສເຕຣຍ (ໂອຕຣິດ) ແລະ ເວວ.

ຂະນະທີ່ ລີກ B 4 ທີມເລື່ອນຊັ້ນສູ່ລີກ A ມີ: ສະກັອດແລນ, ອິສຣາແອນ, ບັອສເນຍ ແອນ ເຮີເຊໂກວີນ້າ ແລະ ເຊີເບຍ (ແຊັກບີ້), ສ່ວນ 4 ທີມຕົກຊັ້ນສູ່ລີກ C: ຣັດເຊຍ, ອາກເມນີ້, ຣູມານີ້ ແລະ ສະວີເດັນ (ຊູແອັດ).

ລີກ C ເລື່ອນຊັ້ນສູ່ລີກ B 4 ທີມ ປະກອບມີ: ຕູຣາເຄຍ, ເກຣັກ, ຄາຊັກສະຖານ ແລະ ຈໍເຈຍ (ຊັອກຊີ້), 4 ທີມ ຕົກຊັ້ນສູ່ລີກ D: ລິດທົວເນຍ, ໄຊປຣັສ, ເບລາຣຸສ ແລະ ຈີບາວຕ້າ. ສ່ວນ 4 ທີມ ຈາກລີກ D ເລື່ອນຊັ້ນສູ່ ລີກ C ແມ່ນ: ລັດເວຍ (ລັດວີ້) ແລະ ເອັສໂຕນີ້.

Photo: EURO 2024

Leave a Reply

Your email address will not be published. Required fields are marked *