ການແຂ່ງຂັນເຕະບານອຸ່ນເຄື່ອງ ລະດັບທີມຊາດ ໃນວັນທີ 28 ກັນຍານີ້ ທີມຊາດລາວຊຸດໃຫຍ່ ບຸກເສຍໃຫ້ ເຈົ້າພາບ ທີມຊາດບຣູໄນ 0-1 ບຣູໄນ ໄດ້ປະຕູໄຊຈາກ ນາເຊີຣູດິນ ອິສເມວ ນາທີ 26′ ທີມຊາດລາວ ເສຍໃຫ້ ທີມຊາດບຣູໄນ ຄັ້ງທຳອິດ ຈາກ 12 ນັດຫລັງສຸດທີ່ພົບກັນ, ກ່ອນໜ້ານີ້ 11 ນັດ ລາວ ຊະນະ 10 ສະເໝີ 1.
ສະຫລຸບການອຸ່ນເຄື່ອງ 2 ນັດຂອງທີມຊາດລາວຊຸດໃຫຍ່ ທີ່ປະເທດບຣູໄນ ໃນວັນທີ 24-27 ກັນຍານີ້ ນັດທີໜຶ່ງ ເສຍໃຫ້ ທີມຊາດເມົາດິບ (ມານດິວ) 2-3 ແລະ ນັດທີສອງ ເສຍໃຫ້ ເຈົ້າພາບ ບຣູໄນ 0-1. ການອຸ່ນເຄື່ອງຄັ້ງນີ້ ເພື່ອເປັນການທົດສອບທີມ ກ່ອນເຂົ້າຮ່ວມເຕະບານຊິງແຊ້ມອາຊຽນ AFF Mitsubishi Electric Cup 2022 ທີ່ຈະແຂ່ງຂັນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023.
Photo: LaoFF