ເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຍິງ-ຊາຍ ຊິງຂັນ ລມຕ ສສກ COPA Coca Cola Laos ຄັ້ງທີ 5 ຈະເປີດສາກຄວາມມັນໃນເດືອນຕຸລາທີ່ຈະມາເຖິງນີ້

ວັນທີ 27 ກັນຍານີ້ ທີ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວ ກຽມຈັດການແຂ່ງຂັນເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຍິງ-ຊາຍ ຊິງຂັນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2022 ລາຍການ COPA Coca Cola Laos ຄັ້ງທີ 5 ໂດຍມີ ທ່ານ ວິໄລວັນ ບຸນສຸກໄທ ຫົວກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ທ່ານ ລີນໂດຣ ຊາຊາຣເຣຕ້າ ຜູ້ຈັດການທົ່ວໄປ ບໍລິສັດ ໂຄຄາ ໂຄລາ ບັອດລິ້ງ ລາວ ຈຳກັດ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນ ເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້ ເປັນຄັ້ງທີ ຄັ້ງທີ 5 ທີ່ຜະລິດຕະພັນເຄື່ອງດື່ມ Coca Cola ໃຫ້ການສະໜັບສະໜູນຫລັກ ແລະ ຊິງຂັນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນປີທີ 2 ຕິດຕໍ່ກັນ, ທັງນີ້ ກໍເພື່ອຊຸກຍູ້ສົ່ງເສີມນ້ອງນັກຮຽນ, ເຍົາວະຊົນ-ໄວໜຸ່ມລາວ ໂດຍສະເພາະການສ້າງໂອກາດໃຫ້ນັກກິລາບານເຕະຮຸ່ນໜຸ່ມນ້ອຍ ໄດ້ມີເວທີເຄື່ອນໄຫວທົດສອບຄວາມສາມາດ ແລະ ເຄື່ອນໄຫວແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອພັດທະນາທັກສະຄວາມສາມາດຂອງຕົນ ເພື່ອຕໍ່ຍອດສູ່ການເປັນນັກກິລາທີມຊາດໃນອະນາຄົດ, ຜັນຂະຫຍາຍ 3 ລັກສະນະ 5 ຫລັກມູນການສຶກສາແຫ່ງຊາດ ໃຫ້ມີໝາກຜົນ ນອກຈາກນີ້ ກໍເປັນການປຸກລະດົມຂົນຂວາຍໃຫ້ເຍົາວະຊົນ-ໄວໜຸ່ມລາວ ໃຫ້ມັກຮັກໃນການອອກກຳລັງກາຍຫລິ້ນກິລາເພື່ອສຸຂະພາບ , ຫ່າງໄກຈາກສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ.

ເຊິ່ງການແຂ່ງຂັນໃນປີນີ້ ຄາດວ່າຈະມີທີມເຂົ້າຮ່ວມ 160 ກວ່າທີມ ໂດຍຈະມີການຄັດເລືອກທົ່ວປະເທດ ແບ່ງອອກເປັນ 3 ເຂດຄື: ເຂດນະຄອນຫລວງວຽງຈັນ ພາຍໃນ 9 ຕົວເມືອງ ແຂ່ງຂັນທີ່ສະໜາມລ້ານຊ້າງ, ວິທະຍາໄລພະລະສຶກສາ, ສະຖາບັນກິລາກາຍະກຳ ສີເກີດ, ສະໜາມກິລາເມືອງສັງທອງ ແລະ ສະໜາມກິລາເມືອງປາກງື່ມ ໂດຍຈະຄັດເອົາທີມຊາຍ 2 ທີມ, ທີມຍິງ 2 ທີມ ເປັນຕົວແທນນະຄອນຫລວງເຂົ້າຮອບສຸດທ້າຍຕໍ່ໄປ.

ຂະນະທີ່ ການຄັດເລືອກເຂດພາກເໜືອ ຈະເອົາຕົວແທນຈາກບັນດາແຂວງພາກເໜືອມາພົບກັນ ແລ້ວຄັດເອົາທີມຊາຍ 1 ທີມ, ທີມຍິງ 1 ທີມ ເປັນຕົວແທນເຂດພາກເໜືອເຂົ້າຮອບສຸດທ້າຍຕໍ່ໄປ ໂດຍຈະຄັດເລືອກທີ່ສະໜາມກິລາກາງ ແຂວງຫລວງພະບາງ, ສ່ວນການຄັດເລືອກເຂດພາກກາງ ແລະ ພາກໃຕ້ ຈະແຂ່ງຂັນທີ່ສະໜາມກິລາກາງ ແຂວງຈຳປາສັກ ແລະ ແຂວງເຊກອງ ໂດຍຄັດເອົາທີມຊາຍ 1 ທີມ, ທີມຍິງ 1 ທີມ ເປັນຕົວແທນເຂດພາກພາກກາງ ແລະ ພາກໃຕ້ ເຂົ້າຮອບສຸດທ້າຍຕໍ່ໄປ, ລວມແລ້ວ ຮອບສຸດທ້າຍ ຈະມີທີມຍິງ 4 ທີມ ແລະ ທີມຊາຍ 8 ທີມ, ຮອບສຸດທ້າຍທີ່ນະຄອນຫລວງວຽງຈັນ ແຂ່ງຂັນທີ່ສະໜາມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ໂດຍຮອບສຸດທ້າຍຄາດວ່າຈະແຂ່ງຂັນໃນເດືອນພະຈິກ ແລະ ຮອບຄັດເລືອກຈະແຂ່ງຂັນໃນເດືອນຕຸລານີ້.

ທີມທີ່ເຂົ້າຮ່ວມໃນເຂດພາກເໜືອ, ພາກກາງ ແລະ ພາກໃຕ້ ຈະໄດ້ຮັບເງິນສະໜັບສະໜູນ ທີມລະ 5 ລ້ານກີບ, ຖ້າຜ່ານການຄັດເລືອກມາແຂ່ງຂັນໃນຮອບສຸດທ້າຍ ຈະໄດ້ຮັບຕື່ມອີກ 10 ລ້ານກີບ.

ສຳລັບລາງວັນທີມແຊ້ມຍິງ-ຊາຍ ຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 70 ລ້ານກີບ ໃນນີ້ລວມທັງຜະລິດຕະພັນຈາກ Coca Cola, ຮອງແຊ້ມ ຈະໄດ້ຮັບ 40 ລ້ານກີບ, ທີ 3 ຈະໄດ້ຮັບ 20 ລ້ານກີບ. ທີມຊາຍ ແຊ້ມເກົ່າແມ່ນ ມສ ນາຊາຍທອງ ເປັນແຊ້ມ 4 ສະໄໝຊ້ອນ, ທີມຍິງ ແຊ້ມແມ່ນ ມສ ໂຄກສີວິໄລ ຈາກເມືອງໄຊທານີ ນະຄອນຫລວງວຽງຈັນ.

Photo: COPA Coca-Cola Laos

Leave a Reply

Your email address will not be published. Required fields are marked *