ການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ລາຍການ ໂມໂຕຈີພີ ( MotoGP) ສະໜາມທີ 16 ປະຈຳປີ 2022 ລາຍການ ເຈແປນນິສ ກຣັງປຣີ ທີ່ສະໜາມ Mobility Resort Motegi, ປະເທດຍີ່ປຸ່ນ ໃນທ້າຍອາທິດຜ່ານມາ ເຊິ່ງມີຄວາມຍາວຕໍ່ຮອບ 4.801 ແມັດ. ຕະຫລອດການແຂ່ງຂັນ ນັກກິລາຍາດຊິງຕຳແໜ່ງກັນຢ່າງມ່ວນມັນ ໂດຍສະເພາະກ່ອນຮອບສຸດທ້າຍ ຮອບທີ 23 ຟຣານເຊັສໂກ້ ແບັກໄນອາ ນັກຂັບຊາວອີຕາລີ ຈາກຄ້າຍດູຄາຕິ ແຊ້ມ 6 ສະໜາມໃນປີນີ້ ພາດທ່າອອກຈາກເລນ ຢ່າງໜ້າເສຍດາຍ.
ສ່ວນຮອບສຸດທ້າຍ ການຍາດຊິງອັນດັບໜຶ່ງ ກາຍເປັນ ແຈັກ ມິວເລີ ນັກຂັບອົດສະຕຣາລີ ໄວ 27 ປີ ຈາກຄ້າຍດູຄາຕິ ເຂົ້າເສັ້ນໄຊດ້ວຍເວລາ 42 ນາທີ 29.174 ວິນາທີ ເອົາຊະນະ ແບຣດ ໄບເດີ ນັກຂັບຊາວອາຟຣິກາໃຕ້ ຈາກຄ້າຍເຄທີເອັມ 3.409 ວິນາທີ ກາຍເປັນແຊ້ມສະໜາມທຳອິດຂອງ ແຈັກ ມິວເລີ ໃນປີນີ້ ແລະ ເປັນແຊ້ມສະໜາມທີ 4 ໃນອາຊີບ, ສ່ວນທີສາມ ຈໍເກ້ ມາຣຕິນ ນັກຂັບຊາວແອັສປາຍ ຈາກຄ້າຍດູຄາຕິ ຕາມຫລັງ 4.136 ວິນາທີ.
ຂະນະທີ່ ເອເນຍ ບາສເຕຍນີນີ້ ແຊ້ມສະໜາມຜ່ານມາ ຈົບອັນດັບທີ 9 ຕາມຫລັງ 10 ກວ່າວິນາທີ, ທາງດ້ານ ແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ຊາວຝຣັ່ງ ຈາກຄ້າຍຢາມາຮ່າ ຈົບອັນດັບທີ 8, ສ່ວນ ມາກ ມາຣເກັຊ ແຊ້ມໂລກ 6 ສະໄໝ ຈົບອັນດັບທີ 4.
ສະຫລຸບຄະແນນລວມນັກຂັບ ຜ່ານໄປ 16 ສະໜາມ ຜູ້ນຳຍັງຄົງເປັນແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ມີ 219 ຄະແນນ, ອັນດັບສອງ ຟຣານເຊັສໂກ້ ແບັກໄນອາ ມີ 201 ຄະແນນ, ທີສາມ ອາເລັກ ເອັສປາກາໂຣ ມີ 194 ຄະແນນ, ສ່ວນ ແຈັກ ມິວເລີ ຢູ່ທີ 5 ມີ 159 ຄະແນນ.
ຄະແນນທີມຜູ້ສ້າງ ທີມນຳຍັງຄົງເປັນ ທີມດູຄາຕິ ມີ 371 ຄະແນນ, ທີສອງ ອາພຣີເລຍ ມີ 226 ຄະແນນ ແລະ ທີສາມ ຢາມາຮ່າ ມີ 221 ຄະແນນ. ສະໜາມຕໍ່ໄປ ສະໜາມທີ 17 ລາຍການ ໄທແລນ ກຣັງປຣີ ທີ່ສະໜາມ Chang International Circuit, ແຂວງບູຣີຣຳ, ປະເທດໄທ ວັນທີ 30 ກັນຍາ – 2 ຕຸລານີ້.
Photo: MotoGP