ທີມອາເມຣິກາ ຊະນະ ທີມນາໆຊາດ ຄວ້າແຊ້ມກັອຟ Presidents Cup 9 ສະໄໝຕິດຕໍ່ກັນ!!

ການແຂ່ງຂັນກັອຟປະເພດທີມຊາຍລະດັບໂລກ ລາຍການ Presidents Cup ທີ່ເອົາທີມສະຫະລັດອາເມຣິກາ ມາດວນກັບ ທີມລວມນາໆຊາດ ປີນີ້ເປັນຄັ້ງທີ 14 ແຂ່ງຂັນທີ່ສະໜາມ ເຄວ ຮໍໂລ້ ຄລັບ ໃນນະຄອນຊາລັອດ ລັດນັອດຄາໂຣລີນ້າ, ສະຫະລັດ ອາເມຣິກາ ໃນທ້າຍອາທິດຜ່ານມາ.

ຜົນປະກົດວ່າ: ທີມອາເມຣິກາ ທີ່ນຳໂດຍຫົວໜ້າ ເດວິດ ເລີຟ ເດີເຕີດ ພາທີມເອົາຊະນະ ທີມລວມນາໆຊາດ ທີ່ນຳໂດຍ ເທຣວໍຣ ອິມເມວແມ້ນ 17 ເຄິ່ງ ຕໍ່ 12 ເຄິ່ງ ຄວ້າແຊ້ມກັອຟ Presidents Cup ເປັນສະໄໝທີ 9 ຕິດຕໍ່ກັນ ລວມ 12 ສະໄໝ ຈາກທັງໝົດ 14 ສະໄໝ.

ທີມອາເມຣິກາ ຊຸດນີ້ ນັກກິລານຳໂດຍ: ສະກັອດຕີ້ ເຊັຟເຟີ, ແພັດທຣິກ ແຄນລີ້ ມື 1 ແລະ ມື 4 ຂອງໂລກ, ຂະນະທີ່ ທີມນາໆຊາດນຳໂດຍ: ຮິເດກິ ມັດຊູຢາມະ ມື 17 ຂອງໂລກຈາກຍີ່ປຸ່ນ, ອິມແຈຊຸງ ມື 19 ຂອງໂລກ ຈາກສາທາລະນະລັດເກົາຫລີ ແລະ ອາດຳ ສະກັອດ ມື 30 ຂອງໂລກຈາກອົດສະຕຣາລີ. ການແຂ່ງຂັນມືທຳອິດ ທີມອາເມຣິກາ ນຳກ່ອນ 4-1 ມາມື້ທີສອງ ທີມອາເມຣິກາ ຍັງຟອມດີ ໜີຫ່າງ 8-2 ມື້ທີສາມ ທີມນາໆຊາດ ໄລ່ມາ 7-11 ແຕ່ມື້ສຸດທ້າຍ ທີມອາເມຣິກາ ກັບມາຟອມດີ ເອົາຊະນະ 17 ເຄິ່ງ ຕໍ່ 12 ເຄິ່ງ.

Photo: Presidents Cup

Leave a Reply

Your email address will not be published. Required fields are marked *