ໂຣເບີດສັນ ແລະ ມິ້ງ ສະຣະບູຣີ ຊະນະ ເຊວບີ້ ແລະ ເຄັນນ້າ ຄວ້າແຊ້ມສະນຸກເກີ ຄູ່ປະສົມລະດັບໂລກ 2022

ນຽວ ໂຣເບີດສັນ ນັກສະນຸກເກີຊາຍ ມື 4 ຂອງໂລກ ຈາກອົດສະຕຣາລີ ແລະ ມິ້ງ ສະຣະບູຣີ ນັກສະນຸກເກີຍິງ ມື 3 ຂອງໂລກ ຈາກໄທ ສາມາດຄວ້າແຊ້ມສະນຸກເກີ ຄູ່ປະສົມລະດັບໂລກ ລາຍການ World Mixed Doubles ປະຈຳປີ 2022 ທີ່ສັງວຽນ ມາຣເຊວ ອີຣີນ້າ ໃນເມືອງມິວຕັນຄີນ ປະເທດອັງກິດ ໃນທ້າຍອາທິດຜ່ານມາ, ຮອບຊິງຊະນະເລີດ ເອົາຊະນະ ສອງນັກສະນຸກເກີຈາກເຈົ້າພາບ ມາກ ເຊວບີ້ ນັກສະນຸກເກີຊາຍ ມື 3 ຂອງໂລກ ແລະ ເຣເບັກກ້າ ເຄັນນ້າ ນັກສະນຸກເກີຍິງ ມື 4 ຂອງໂລກ 4-2 ເຟຣມ ຄວ້າແຊ້ມສະນຸກເກີ ຄູ່ປະສົມລະດັບໂລກ ເປັນຄັ້ງທຳອິດ.

ນຽວ ໂຣເບີດສັນ ແລະ ມິ້ງ ສະຣະບູຣີ ເລີ່ມຕົ້ນໃນຮອບແບ່ງກຸ່ມ ດ້ວຍການປະລາໄຊ ສອງນັດທຳອິດ ແຕ່ນັດສຸດທ້າຍ ຊະນະ ຈັດທຣຳ ຈາກອັງກິດ ແລະ ນ່ຽງອອນຢີ ຈາກຮົງກົງ 4-0 ເຟຣມ ເຂົ້າຮອບຊິງແບບຫວຸດວິດ ກ່ອນມາຊະນະ ມາກ ເຊວບີ້ ແລະ ເຣເບັກກ້າ ເຄັນນ້າ ທີ່ຟອມດີໃນຮອບແບ່ງກຸ່ມ ຊະນະມາສາມນັດລວດ. ນຽວ ໂຣເບີດສັນ ແລະ ມິ້ງ ສະຣະບູຣີ ໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 60,000 ປອນ, ຮອງແຊ້ມໄດ້ຮັບເງິນລາງວັນ 40,000 ປອນ.

ການແຂ່ງຂັນສະນຸກເກີ ປະເພດຄູ່ປະສົມລະດັບໂລກ ກັບມາຈັດອີກຄັ້ງໃນຮອບ 31 ປີ ຕໍ່ຈາກປີ 1991 ຄັດເອົານັກສະນຸກເກີຍິງ-ຊາຍ ທີ່ມີອັນດັບ 1 ໃນ 4 ຂອງໂລກ ມາຈັບຄູ່ພົບກັນ ເຊິ່ງນັກສະນຸກເກີຊາຍ 4 ຄົນປະກອບມີ: ຣອນນີ້ ໂອຊຸນລີແວນ ມື 1 ຂອງໂລກ, ຈັດທຣຳ ມື 2 ຂອງໂລກ, ມາກ ເຊວບີ້ ມື 3 ຂອງໂລກ, ແລະ ນຽວ ໂຣເບີດສັນ ມື 4 ຂອງໂລກ, ສ່ວນນັກສະນຸກເກີຍິງ 4 ຄົນປະກອບມີ: ຣີນ ອີແວ້ນ ມື 1 ຂອງໂລກ, ນ່ຽງອອນຢີ ມື 2 ຂອງໂລກ, ມິ້ງ ສະຣະບູຣີ ມື 3 ຂອງໂລກ ແລະ ເຣເບັກກ້າ ເຄັນນ້າ ມື 4 ຂອງໂລກ.

Photo: World Snooker Tour

Leave a Reply

Your email address will not be published. Required fields are marked *