ນັກກິລາເຕະບານຊາຍ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ພາຍໃຕ້ການຄຸມທີມຂອງ ກັນລະຍາ ສີສົມຫວັງ ອະດີດກອງກາງທີມຊາດລາວ ທຳການອຸ່ນເຄື່ອງນັດທີສອງ ພົບກັບ U17 ປີ ຂອງສະໂມສອນ ໜອງບົວ ພິສະຍະ ຈາກໄທ ໃນວັນທີ 26 ກັນຍາຜ່ານມາ, ປະກົດວ່າ: U17 ປີ ທີມຊາດລາວ ເສຍໃຫ້ U17 ໜອງບົວ ພິສະຍະ 1-2 ທີມຊາດລາວ ໄດ້ປະຕູຈາກ ສາຍຝົນ ແກ້ວຫານາມ ໃນເຄິ່ງເວລາທີສອງ.



ກ່ອນໜ້ານີ້ ການອຸ່ນເຄື່ອງນັດທຳອິດ ເມື່ອວັນທີ 25 ກັນຍາຜ່ານມາ U17 ປີ ທີມຊາດລາວ ຊະນະ U16 ໜອງບົວ ພິສະຍະ 3-2, ການມາອຸ່ນເຄື່ອງທີ່ປະເທດໄທຄັ້ງນີ້ ເພື່ອກຽມຄວາມພ້ອມກ່ອນເຂົ້າຮ່ວມຄັດເລືອກ ເຕະບານຊາຍ U17 ປີ ຊິງແຊ້ມອາຊີ 2023 ເຊິ່ງ U17 ທີມຊາດລາວ ຈະຄັດເລືອກຢູ່ກຸ່ມ I ທີ່ກີກິດສະຖານ ໂດຍປະກອບມີ: ອີຣານ, ຮົງກົງ, ສປປ ລາວ ແລະ ກີກິດສະຖານ ເຈົ້າພາບຮອບຄັດເລືອກກຸ່ມນີ້ ຈະແຂ່ງຂັນໃນວັນທີ 5-9 ຕຸລາ 2022 ນີ້ ໂດຍຮອບຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.
ພາບ: LaoFF