ແມັກໄກວ ພາດອີກແລ້ວ! ອັງກິດ ສະເໝີກັບ ເຢຍລະມັນ 3-3 ສົ່ງທ້າຍ ຢູຟ້າ ເນຊັ່ນລີກ 2022-23

ແຮຣີ້ ແມັກໄກວ ກອງຫລັງທີມຊາດອັງກິດ ຈາກສະໂມສອນ ແມນເຊັສເຕີ ຢູໄນເຕັດ ເກີດຄວາມຜິດພາດໃຫ້ເຫັນອີກແລ້ວ! ໃນເກມ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ນັດທີ 6 ນັດສຸດທ້າຍຂອງລີກ A ກຸ່ມທີ 3 ໃນຄືນວັນທີ 26 ກັນຍາຜ່ານມາ ທີ່ທັບສາມພະຍາສິງ ທີມຊາດອັງກິດ ເປີດບ້ານສະເໝີກັບ ທັບອິນຊີເຫລັກ ທີມຊາດເຢຍລະມັນ 3-3.

ແມັກໄກວ ສະແດງຄວາມຜິດພາດໃຫ້ເຫັນຊັດເຈນ ໃນຕົ້ນເຄິ່ງເວລາທີສອງ ສົ່ງບານພາດ ຖືກ ຢາມາວ ມູເຊຍລ້າ ປີກຂອງທັບອິນຊີເຫລັກຈາກ ບາເຢິນ ມິວນິກ ຕັດໄດ້ ແລ້ວພາບານລຸຍເຂົ້າກອບເຂດໂທດ ຖືກ ແມັກໄກວ ສະກັດລົ້ມ ຜູ້ຕັດສິນເບິ່ງຄືນ VAR ແລະ ໃຫ້ຈຸດໂທດແກ່ເຢຍລະມັນທັນທີ ແລະ ເປັນ ອີຄາຍ ກຸນໂດກັນ ກອງກາງຈາກ ແມນຊິຕີ້ ຮັບໜ້າທີ່ສັງຫານເປັນປະຕູຂຶ້ນນຳໃຫ້ ທີມຊາດເຢຍລະມັນ ນາທີ 52′ ຈາກນັ້ນ ນາທີ 67′ ທີມຢາມມາໄດ້ປະຕູທີສອງຈາກ ຄາຍ ຮາແວັດ ສູນໜ້າຈາກເຊວຊີ, ແຕ່ເຈົ້າບ້ານພະຍາຍາມຮຶດສູ້ ສາມາດໄລ່ຕີສະເໝີ 2-2 ພາຍໃນ 4′ ນາທີ ຈາກ ລຸກຊໍ ແບັກຊ້າຍຈາກແມນຢູ ນາທີ 71′ ແລະ ຕົວສຳຮອງ ເມສັນ ເມົ້າ ປີກຈາກເຊວຊີ ນາທີ 75′ ເຮັດໃຫ້ເກມຍິ່ງມັນຂຶ້ນກວ່າເກົ່າ ແລະ ອັງກິດ ມາໄດ້ປະຕູແຊງນຳ 3-2 ຈາກການສັງຫານຈຸດໂທດຂອງ ແຮຣີ້ ເຄນ ນາທີ 83′ ຢ່າງໃດກໍຕາມ ເຢຍລະມັນ ກໍບໍ່ຍອມພ່າຍແພ້ ທວງຄືນ ນາທີ 87′ ຈາກ ຄາຍ ຮາແວັດ ຈົບເກມ ສະເໝີກັນແບບສຸດມັນ 3-3.

ໃນເກມນີ້ ເຖິງວ່າ ແມັກໄກວ ມີຄວາມຜິດພາດເຮັດໃຫ້ທີມເສຍປະຕູທຳອິດ ແຕ່ຕະຫລອດເກມ ກໍຊ່ວຍທີມສະກັດຄູ່ຕໍ່ສູ້ໄດ້ຫລາຍຈັງຫວະ, ສ່ວນຜົນການແຂ່ງຂັນອີກໜຶ່ງຄູ່ໃນກຸ່ມດຽວກັນ ທັບອຊຊູຣີ້ ທີມຊາດອີຕາລີ ບຸກຊະນະ ຮົງກາຣີ 2-0 ຄວ້າອັນດັບທີໜຶ່ງຂອງກຸ່ມ ມີ 11 ຄະແນນຈາກ 6 ນັດ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ຂະນະທີ່ ຮົງກາຣີ ມີ 10 ຄະແນນ ເປັນທີສອງ ບໍ່ຕົກຊັ້ນ, ເຢຍລະມັນ ມີ 7 ຄະແນນ ຈົບທີສາມ ບໍ່ຕົກຊັ້ນ, ສ່ວນທີມຊາດອັງກິດ ມີ 3 ຄະແນນ ຕົກຊັ້ນຄັ້ງທຳອິດ ໄປຫລິ້ນ ລີກ B ໃນລະດູການໜ້າ.

Photo: OnsOranje, EURO 2024

Leave a Reply

Your email address will not be published. Required fields are marked *