U15 ຈໍາປາສັກ ຖະຫຼົ່ມ ກອງທັບ! ຊ້າງນ້ອຍ ຊະນະ ວຽງຈັນ! ຫຼວງພະບາງ ຊະນະ ມາສເຕີ້ ເຊເວັ້ນ! U15 ປີ ຊິງຂັນ ສຕລ 2022

ການແຂ່ງຂັນບານເຕະ U15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ເມື່ອວັນທີ 24 ສິງຫາຜ່ານມາ, ຈໍາປາສັກ ເອົາຊະນະ ກອງທັບ 9-1, ຊ້າງນ້ອຍ ເອົາຊະນະ ວຽງຈັນ 3-1 ແລະ ຫຼວງພະບາງ ເອົາຊະນະ ມາສເຕີ້ ເຊເວັ້ນ 4-2.

ຕາຕະລາງຄະແນນຂະນະນີ້ ຈໍາປາສັກ ແຂ່ງຄົບ 6 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 11 ຄະແນນ, ຫຼວງພະບາງ ແຂ່ງ 5 ນັດ ຊະນະ 3 ນັດ ສະເໝີ 2 ນັດ ມີ 11 ຄະແນນ, ເອສຣາ ແຂ່ງ 5 ນັດ ຊະນະ 3 ນັດ ເສຍ 2 ນັດ ມີ 9 ຄະແນນ, ມາສເຕີ້ ເຊເວັ້ນ ແຂ່ງ 5 ນັດ ຊະນະ 3 ນັດ ເສຍ 1 ນັດ ມີ 9 ຄະແນນ, ຊ້າງນ້ອຍ ແຂ່ງ 5 ນັດ ຊະນະ 2 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 8 ຄະແນນ, ສ່ວນ ວຽງຈັນ ແຂ່ງ 5 ນັດ ຊະນະ 1​ ນັດ ເສຍ 4 ນັດ ມີ 3 ຄະແນນ ແລະ ກອງທັບ ຍັງບໍ່ມີຄະແນນ ຕົກຮອບແນ່ນອນແລ້ວ.

ນັດສຸດທ້າຍ ຈະແຂ່ງໃນວັນທີ 26 ສິງຫາ 2022 ເວລາ 15:00 ໂມງ ສະໜາມ 1 ຫຼວງພະບາງ ພົບກັບ ກອງທັບ, ເວລາ 15:00 ໂມງ ສະໜາມ 2 ມາສເຕີ້ ເຊເວັ້ນ ພົບກັບ ຊ້າງນ້ອຍ ແລະ ເວລາ 18:00 ໂມງ ສະໜາມ 1 ເອສຣາ ພົບກັບ ວຽງຈັນ.


ການແຂ່ງຂັນບານເຕະ U15 ແມ່ນເອົາທີມອະຄາເດມີ່ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ເປບຊີ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ໂດຍເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ທີມຮອງແຊ້ມຮັບເງິນ 8.000.000 ກີບ ແລະ ອັນດັບ 3 ຮັບເງິນລາງວັນ 5.000.000 ກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.

Photo: LFF U-15 Championship

Leave a Reply

Your email address will not be published. Required fields are marked *