ແມນເຊັສເຕີ ຢູໄນເຕັດ ຕົກລົງປ່ອຍ ເອຣິກ ໄບຢີ້ ກອງຫລັງຊາວໄອໂວຣີໂຄ໊ດ (ກົດດີວົວ) ໄວ 28 ປີ ໃຫ້ ໂອລິມປິກ ມາກເຊີຍ ທີມດັງໃນລີກສູງສຸດຂອງຝຣັ່ງ ຍືມຕົວ ພາຍຫລັງ ບໍ່ໄດ້ຮັບໂອກາດຈາກ ເອຣິກ ເທັນຮ໊າກ ຜູ້ຈັດການທີມໃໝ່ ຍ້ອນມີຫລາຍຕົວເລືອກໃນຕຳແໜ່ງກອງຫລັງຕົວກາງ ເປັນຕົ້ນ ຣາຟາເອວ ວາຣານ, ແຮຣີ້ ແມັກໄກວ, ວິກຕໍຣ ລິນເດເລີຟ, ຟິວ ໂຈນ, ອາເຊວ ຕວນເຊເບ້ ແລະ ລີຊານໂດ ມາຕີເນັສ ກອງຫລັງໃໝ່ມາຈາກ ອາແຈັກ.
ເອຣິກ ໄບຢີ້ ຍ້າຍຈາກ ບີຢາຣຽວ ມາຢູ່ກັບ ແມນຢູ ໃນປີ 2016 ດ້ວຍຄ່າໂຕ 30 ລ້ານປອນ ໄດ້ລົງຫລິ້ນ 113 ນັດ ລວມທຸກລາຍການ ຍິງໄດ້ 1 ປະຕູ, ປະສົບກັບອາການບາດເຈັບໄລຍະໜຶ່ງ ຈົນຟອມຕົກ ສະເພາະລະດູການຜ່ານມາ ໄດ້ລົງຫລິ້ນ 7 ນັດ. ຢູ່ກັບ ແມນຢູ 6 ລະດູການ ຊ່ວຍທີມໄດ້ແຊ້ມ ລີກຄັບ, ຄອມມູນີຕີ້ ຊີວ ແລະ ຢູໂຣປ້າລີກ ຢ່າງລະໜຶ່ງສະໄໝ.
Photo: Olympique de Marseille