ທີມນາໆຊາດ ແຊງຊະນະ ທີມເອີຣົບ 13-8 ຄວ້າແຊ້ມ ເທັນນິສ Laver Cup ຄັ້ງທຳອິດ!!

ການແຂ່ງຂັນເທັນນິສ Laver Cup ທີ່ເອົາທີມເອີຣົບ ປະທະກັບ ທີມນາໆຊາດ ໃນວັນທີ 23-25 ກັນຍາຜ່ານມາ, ທີ່ສະໜາມໂອທູ ອາຣີນ້າ ໃນນະຄອນຫລວງລອນດອນ ປະເທດອັງກິດ ດຳເນີນໄປດ້ວຍບັນຍາກາດທີ່ຄຶກຄື້ນ ມ່ວນຊື່ນ ລະທຶກໃຈ, ທີມເອີຣົບ ແຊ້ມເກົ່າ 4 ສະໄໝຊ້ອນ ນຳທັບໂດຍ: ໂຣເຈີ ເຟດເດີເຣີ ອະດີດນັກເທັນນິສ ມື 1 ຂອງໂລກ ຊາວສະວິດເຊີແລນ ໂດຍປະກາດຈະອຳລາອາຊີບ ຫລັງຈົບລາຍການນີ້ ແລະ ມີ: ແຄັສເປີ ຣຸດ ມື 2 ຂອງໂລກ ຈາກນໍຣເວ (ນອກແວ), ຣາຟາເອວ ນາດາວ ມື 3 ຂອງໂລກ ຈາກສະເປນ (ແອັສປາຍ), ສະເຕຟານັອສ ຊິດຊີປັສ ມື 6 ຂອງໂລກ ຈາກເກຣັກ (ກຣິຊ), ໂນວັກ ໂຢໂຄວິກ ມື 7 ຂອງໂລກ ຈາກເຊີເບຍ (ແຊັກບີ້) ແລະ ແອນດີ້ ເມີເຣ່ ມື 43 ຂອງໂລກ ຈາກສະຫະຣາຊອານາຈັກ, ລວມທັງ ມັດຕີໂອ້ ແບຣັດຕີນີ້ ມື 15 ຂອງໂລກ ຈາກອີຕາລີ ແລະ ຄາເມຣ້ອນ ນໍຣີ້ ມື 8 ຂອງໂລກ ຈາກສະຫະຣາຊອານາຈັກ.

ສ່ວນທີມລວມນາໆຊາດ ປະກອບມີ: ເທເລີ ຟຣິດ ມື 12 ຂອງໂລກ ຈາກອາເມຣິກາ, ຟີລິບ ອໍແກ ອາເລຍຊິມ ທີ 13 ຂອງໂລກ ຈາກການາດ້າ, ເດໂກ້ ສະວັອດແມ້ນ ທີ 17 ຂອງໂລກ ຈາກອາເຈນຕິນ້າ (ອາກຊັງຕິນ), ຟານເຊັສ ເທຍໂຟ້ ມື 19 ຂອງໂລກ ຈາກອາເມຣິກາ, ອາເລັກ ເດີ ມີໂນ ທີ 22 ຂອງໂລກ ຈາກອົດສະຕຣາລີ, ແຈັກຊັອກ ທີ 128 ຂອງໂລກ ຈາກອາເມຣິກາ ແລະ ທອມມີ້ ພໍລ ອັນດັບ 29 ຂອງໂລກ ຈາກອາເມຣິກາ.

ເຊິ່ງການແຂ່ງຂັນມື້ທຳອິດ ທັງສອງທີມສະເໝີກັນ 2-2 ຄະແນນ, ມາມື້ທີສອງ ທີມເອີຣົບ ເປັນຝ່າຍອອກນຳ ທີມນາໆຊາດ 8-4 ຄະແນນ ແລະ ມື້ທີສາມ ທີມນາໆຊາດ ກັບມາຟອມດີ ແຊງຊະນະ ທີມເອີຣົບ ແບບສຸດມັນ 13-8 ປະເພດດ່ຽວມື້ສຸດທ້າຍ ຟີລິບ ອໍແກ ອາເລຍຊິມ ທີ 13 ຂອງໂລກ ຈາກການາດ້າ ຊະນະ ໂນວັກ ໂຢໂຄວິກ ມື 7 ຂອງໂລກ ຈາກເຊີເບຍ (ແຊັກບີ້) 2-0 ເຊັດ, ຟານເຊັສ ເທຍໂຟ້ ມື 19 ຂອງໂລກ ຈາກອາເມຣິກາ ຊະນະ ສະເຕຟານັອສ ຊິດຊີປັສ ມື 6 ຂອງໂລກ ຈາກເກຣັກ (ກຣິຊ) 2-1 ເຊັດ ແລະ ປະເພດຄູ່ຊາຍ: ຟີລິບ ອໍແກ ອາເລຍຊິມ ຄູ່ກັບ ແຈັກຊັອກ ຊະນະ ມັດຕີໂອ້ ແບຣັດຕີນີ້ ທີ່ຄູ່ກັບ ແອນດີ້ ເມີເຣ່ 2-1 ເຊັດ ເຮັດໃຫ້ ທີມນາໆຊາດ ຄວ້າແຊ້ມມາຄອງເປັນສະໄໝທຳອິດ.

Photo: Laver Cup

Leave a Reply

Your email address will not be published. Required fields are marked *