ແຊ້ມບານເຕະຍິງ-ຊາຍ ທົ່ວປະເທດ ປະຈຳປີ 2022 ຈະໄດ້ຮັບເງິນລາງວັນ 100 ລ້ານກີບ ຮອງແຊ້ມ 50 ລ້ານກີບ!!

ພາຍຫລັງທີ່ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນນາມທີ່ເປັນເຈົ້າພາບຈັດການແຂ່ງຂັນລາຍການນີ້ ໄດ້ຮັບຜົນສຳເລັດ ແລະ ຜົນຕອບຮັບທີ່ດີຈາກແຟນບານ ໃນການແຂ່ງຂັນເມື່ອສອງປີຜ່ານມາ ພາຍໃຕ້ຊື່: ຊິງຂັນວັນຊາດ 45 ປີ ເຖິງວ່າສອງປີຜ່ານມາບໍ່ສາມາດຈັດການແຂ່ງຂັນໄດ້ ຍ້ອນຜົນກະທົບຂອງພະຍາດໂຄວິດ-19 ແຕ່ຍັງໄດ້ຮັບການຮຽກຮ້ອງ ສະໜັບສະໜູນຈາກແຟນບານທົ່ວປະເທດຢ່າງຫລວງຫລາຍ ໃຫ້ສືບຕໍ່ຈັດລາຍການນີ້ຕື່ມອີກ ແລະ ຕໍ່ເນື່ອງ, ດັ່ງນັ້ນປີນີ້ ສຕລ ຢືນຢັນຈະຈັດການແຂ່ງຂັນຕາມແຜນຍຸດທະສາດພັດທະນາບານເຕະຂອງຊາດ ໂດຍຈະແຂ່ງຂັນໃນລະຫວ່າງເດືອນຕຸລາ-ພະຈິກ 2022 ຢູ່ນະຄອນຫລວງວຽງຈັນທັງທີມຍິງ ແລະ ທີມຊາຍ.

ສຳລັບການແຂ່ງຂັນປະເພດທີມຍິງ ມີ 9 ທີມເຂົ້າຮ່ວມ ແບ່ງເປັນ 2 ສາຍ ຜົນຈັບສະຫລາກປະກົດວ່າ: ສາຍ ກ ປະກອບມີ 5 ທີມຄື: ຈຳປາສັກ, ນະຄອນຫລວງວຽງຈັນ, ຫລວງພະບາງ, ວຽງຈັນ ແລະ ໄຊຍະບູລີ, ສ່ວນ ສາຍ ຂ ປະກອບມີ 4 ທີມຄື: ສະຫວັນນະເຂດ, ບໍລິຄຳໄຊ, ອຸດົມໄຊ ແລະ ແຂວງຊຽງຂວາງ. ຮູບແບບການແຂ່ງຂັນພົບກັນໝົດໃນສາຍແບບຮອບດຽວ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ ທີມຍິງ ຈະແຂ່ງຂັນໃນລະຫວ່າງວັນທີ 9-21 ຕຸລານີ້.

ຂະນະທີ່ ທີມຊາຍ ມີ 16 ທີມ ເຂົ້າຮ່ວມ ແບ່ງອອກເປັນ 4 ສາຍ, ສາຍລະ 4 ທີມ ເຊິ່ງຜົນການຈັບສະຫລາກປະກົດວ່າ: ສາຍ ຄ: ແຂວງຈຳປາສັກ ແຊ້ມເກົ່າ ແລະ ແຂວງຫລວງພະບາງ ຮອງແຊ້ມ ຄັ້ງຜ່ານມາ ຢູ່ຮ່ວມກຸ່ມດຽວກັນ ພ້ອມກັບ ແຂວງສະຫວັນນະເຂດ ແລະ ຫົວພັນ ຖືວ່າເປັນສາຍທີ່ແຂງສຸດ; ສ່ວນ ສາຍ ກ ປະກອບມີ: ແຂວງຊຽງຂວາງ, ບໍ່ແກ້ວ, ວຽງຈັນ ແລະ ບໍລິຄຳໄຊ; ສາຍ ຂ ມີ: ນະຄອນຫລວງວຽງຈັນ, ຫລວງນໍ້າທາ, ເຊກອງ ແລະ ຄຳມ່ວນ ແລະ ສາຍ ງ ມີ: ແຂວງອັດຕະປື, ໄຊສົມບູນ, ອຸດົມໄຊ ແລະ ໄຊຍະບູລີ. ຮູບແບບການແຂ່ງຂັນພົບກັນໝົດໃນສາຍແບບຮອບດຽວ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ ທີມຊາຍ ຈະແຂ່ງຂັນໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 12 ພະຈິກ 2022 ນີ້, ທັງທີມຍິງ ແລະ ທີມຊາຍ ແຂ່ງຂັນທີ່ນະຄອນຫລວງວຽງຈັນ.

ລາງວັນຊະນະເລີດສຳລັບທີມແຊ້ມຍິງ-ຊາຍ ຈະໄດ້ຮັບ ຂັນແຊ້ມ ພ້ອມເງິນລາງວັນ 100 ລ້ານກີບ, ສ່ວນຮອງແຊ້ມ ໄດ້ຮັບເງິນລາງວັນ 50 ລ້ານກີບ, ເຊິ່ງ ສຕລ ຈະຮັບຜິດຊອບຄ່າເດີນທາງ, ທີ່ພັກ, ອັດຕາກິນ ແລະ ສະຖານທີ່ຝຶກຊ້ອມໃນໄລຍະແຂ່ງຂັນ, ໂດຍກຳນົດ ບໍ່ອະນຸຍາດໃຫ້ນັກກິລາໃນການແຂ່ງຂັນລາວລີກ 1 ປີ 2022 ແລະ ທີມຊາດ ຮຸ່ນອາຍຸບໍ່ເກີນ 17 ປີ ຂຶ້ນໄປລົງແຂ່ງຂັນ, ຂະນະທີ່ ປະເພດທີມຍິງ ກຳນົດໃຫ້ນັກກິລາອາຍຸບໍ່ໃຫ້ເກີນ 20 ປີ ລົງແຂ່ງຂັນ ສ່ວນທີມຊາດຍິງອາຍຸບໍ່ເກີນ 20 ປີ ກໍສາມາດລົງແຂ່ງຂັນໄດ້.

ການແຂ່ງຂັນເຕະບານລາຍການນີ້ ຖືວ່າມີຜົນຕອບຮັບທີ່ດີ ແລະ ໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຫລວງຫລາຍ ໃນການແຂ່ງຂັນຄັ້ງຜ່ານມາ ໂດຍສະເພາະທີມຊາຍ ຊິງຂັນວັນຊາດ 45 ປີ ເຊິ່ງມີຜູ້ຊົມໃນຮອບຊິງລົ້ນສະໜາມກິລາແຫ່ງຊາດ ຫລັກ 16 ລວມທັງການຕິດຕາມການຖ່າຍທອດສົດ ແລະ ສື່ອອນລາຍຕ່າງໆຫລາຍລ້ານຄັ້ງ.

Photo: LaoFF

Leave a Reply

Your email address will not be published. Required fields are marked *