ວັນທີ 26 ກັນຍາຜ່ານມາ, ເຕະບານຊາຍ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ບຸກຊະນະ U16 ສະໂມສອນ ໜອງບົວ ພິສະຍະ ຈາກໄທ 3-2 ການອຸ່ນເຄື່ອງທົດສອບທີມນັດທໍາອິດ ໂດຍ U17 ທີມຊາດລາວ ໄດ້ປະຕູຈາກ ສາຍຝົນ ນາທີ 48′, ສົງການ ນາທີ 57′ ແລະ ໄດ້ປະຕູໄຊທ້າຍເກມຈາກ ໄຊຊະນະ ນາທີ 90′. ນັດຕໍ່ໄປ ທີມຊາດລາວ U17 ຈະພົບກັບ U17 ໜອງບົວ ພິສະຍະ ໃນ 26 ກັນຍານີ້ ເວລາ 16:00 ທີ່ສະໜາມກິລາບານເຕະ ພິສະຍະ ປະເທດໄທ.
ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຊຸດນີ້ ຄຸມທີມໂດຍ ກັນລະຍາ ສີສົມຫວັງ ອະດີດກອງກາງທີມຊາດລາວ ການອຸ່ນເຄື່ອງຄັ້ງນີ້ ເພື່ອກຽມຄວາມພ້ອມກ່ອນເຂົ້າຮ່ວມຄັດເລືອກ ເຕະບານຊາຍ U17 ປີ ຊິງແຊ້ມອາຊີ 2023 ເຊິ່ງ U17 ທີມຊາດລາວ ຈະຄັດເລືອກຢູ່ກຸ່ມ I ທີ່ກີກິດສະຖານ ໂດຍປະກອບມີ: ອີຣານ, ຮົງກົງ, ສປປ ລາວ ແລະ ກີກິດສະຖານ ເຈົ້າພາບຮອບຄັດເລືອກກຸ່ມນີ້ ຈະແຂ່ງຂັນໃນວັນທີ 5-9 ຕຸລາ 2022 ນີ້ ໂດຍຮອບຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.
ພາບ: LaoFF